ພຍາດໄຂ້ເລືອດອອກ ແພ່ຂຍາຍໃນລາວ
2010.08.05

ຫ້ອງການ ສາທາຣະນະສຸຂ ແຂວງ ສວັນນະເຂດ ເປີດເຜີຍວ່າ ປະຊາຊົນ ພາຍໃນແຂວງ ກຳລັງ ປະສົບກັບ ການແພ່ ຣະບາດ ຂອງພຍາດ ໄຂ້ເລືອດອອກ ຢ່າງໜັກ. ມີຜູ້ປ່ວຍ ຕິດພຍາດ ໄຂ້ເລືອດອອກ ຢ່າງຫລວງຫລາຍ ແລະນັບຕັ້ງ ແຕ່ຕົ້ນ ປີ 2010 ມາເຖິງ ປັດຈຸບັນນີ້ ມີຜູ້ເສັຍ ຊີວິດ ຈາກພຍາດ ດັ່ງກ່າວ 3 ຄົນ ແລ້ວ.
ນັບຕັ້ງແຕ່ ເດືອນ ມົກກະຣາ ມາຮອດເດືອນ ກໍຣະກະດາ ມີຜູ້ ປ່ວຍຮອດ 2,500 ຄົນແລ້ວ ໂດຍສະເພາະ ເດືອນ ກໍຣະກະດາ ເດືອນດຽວ ມີຈຳນວນຜູ້ ປ່ວຍສູງຮອດ 600 ຄົນ ຊຶ່ງຖືວ່າ ເປັນໂຕເລກ ທີ່ສູງຫລາຍ. ເຈົ້າໜ້າທີ່ ຈາກຫ້ອງການ ສາທາຣະນະສຸຂ ແຂວງ ສວັນນະເຂດ ໃຫ້ຂໍ້ມູນວ່າ:
"ເພາະວ່າ ພຍາດດັ່ງກ່າວ ນີ້ ຖ້າເປັນແຮງ ພາຍໃນ ອາທິດນຶ່ງ ກໍສາມາດ ເຮັດໃຫ້ເສັຍ ຊີວິດໄດ້ ອັນນີ້ຂໍໃຫ້ ພໍ່ແມ່ ປະຊາຊົນ ເອົາໃຈໃສ່ ທີ່ສຸດ ເວົ້າເຖິງເປັນ ໄຂ້ ລະຍະນີ້ ຂໍໃຫ້ໄປ ພົບແພດ ເພາະບໍ່ຢາກ ໃຫ້ປົວດ້ວຍ ຕົນເອງ ມັນມີການ ສ່ຽງຕໍການ ເສັຍຊີວິດ".
ໃນເວລາ ດຽວກັນ ຢູ່ເຂດ ນະຄອນຫລວງ ວຽງຈັນ ພຍາດ ໄຂ້ເລືອດ ກໍຄາດວ່າ ຈະເພີ້ມທະວີ ຫລາຍຂື້ນ ມີຜູ້ປ່ວຍ ຕິດພຍາດແລ້ວ 1,876 ຄົນ ແລະ ເສັຍຊີວິດ ແລ້ວ 3 ຄົນ. ໃນຈຳນວນ 3 ຄົນນີ້ 2 ຄົນມາຈາກ ເຂດເມືອງ ໄຊທານີ ແລະຜູ້ນຶ່ງ ມາຈາກເມືອງ ໄຊເສດຖາ.
ດຣ. ພອນປະເສີດ ອຸ່ນນະພົມ ຫົວໜ້າສູນ ຣະບາດວິທຍາ ຜແນກ ສາທາຣະນະສຸຂ ນະຄອນຫລວງ ວຽງຈັນ ເວົ້າວ່າ: “ພາຍໃນ ອາທິດດຽວ ມີຜູ້ປ່ວຍ ເພີ້ມຂື້ນຮອດ 20 ກໍຣະນີ ຈາກເຂດ ເມືອງໄຊທານີ ໄຊເສດຖາ ແລະ ສີໂຄດຕະບອງ”.
ດຣ. ພອນປະເສີດ ເວົ້າຕໍ່ໄປວ່າ “ປັດຈຸບັນນີ້ ທາງການ ຢ້ານວ່າການ ແພ່ຣະບາດ ຂອງພຍາດ ໄຂ້ເລືອດອອກ ຈະຮ້າຍແຮງ ຂື້ນເພາະວ່າ ລະຍະນີ້ເປັນ ລະດູຝົນ. ສ່ວນຜູ້ປ່ວຍ ກໍບໍ່ມັກ ໄປຮັກສາ ປິ່ນປົວ ຢູ່ໂຮງໝໍ ຫລາຍກໍຣະນີ ຈະໄປ ຮັກສາປິ່ນປົວ ກໍເມື່ອ ອາການ ຮຸນແຮງຈົນ ພະນັກງານ ແພດ ບໍ່ສາມາດ ຊ່ວຍຊີວິດ ໄດ້ແລ້ວ”.