ອາກາດເຢັນ ເຮັດໃຫ້ເດັກນ້ອຍ ບໍ່ສະບາຍ

ອາກາດ ໜາວເຢັນ ໃນແຂວງໄຊຍະບູຣີ ເຮັດໃຫ້ ສຸຂະພາບ ຂອງເດັກນ້ອຍຕົກ ຢູ່ໃນຄວາມສ່ຽງ ຕາມການເປີດເຜີຽ ຂອງ ດຣ. ທອງຈັນ ອານຸພັນ ຫົວໜ້າ ຫ້ອງການ ສາທາຣະນະສຸກ ແຂວງໄຊຍະບູຣີ.
ສົມເນ ຣາຍງານ
2008.12.05

ໂຣກອັກເສບປອດ ຂອງເດັກນ້ອຍ ເພາະວ່າ ຈໍານວນ ເດັກນ້ອຍ ທີ່ເຈັບປ່ວຍ ກ່ຽວກັບ ລະບົບຫາຍໃຈ ປາກົດວ່າ ມີເພີ້ມຂື້ນ ແດ່ແລ້ວ:

ມັນຈະສ່ຽງເກີດຂື້ນ ໃນລະຍະນີ້ ກໍສີ່ແມ່ນ ກ່ຽວກັບ ພະຍາດ ລະບົບຫາຍໃຈ ກ່ຽວກັບ ພະຍາດ ປອດ ຫລື ພະຍາດ ອັກເສບປອດ ຂອງເດັກນ້ອຍນີ້ ປາກົດວ່າ ເລີ້ມທະຍອຍກັນ ເຂົ້າແລ້ວນະ.”

ປັດຈຸບັນນີ້ ອາກາດ ໃນແຂວງ​ໄຊຍະບູຣີ ມີຄວາມໜາວເຢັນ ຫລາຍ ອາກາດ ໃນເວລາ ກາງເວັນໂດຍສະເລັ່ຽແລ້ວ ມີປະມານ 11-12 ອົງສາ ແຊນຊຽສ, ອາກາດ ໃນຕອນກາງຄືນ ສະເລັ່ຽ ແລ້ວປະມານ 7-8 ອົງສາ ແຊນຊຽສ. ຈາກອາກາດ ໜາວເຢັນນີ້ ເຮັດໃຫ້ ປະຊາຊົນ ໃນແຂວງໄຊຍະບູຣີ ໂດຍສະເພາະ ເດັກນ້ອຍ ເລີ້ມເຈັບປ່ວຍ ເປັນໄຂ້ຫວັດ ແລະ ເປັນພະຍາດ ອັກເສບ ໃນປອດເພີ້ມຂື້ນ.

ກ່ຽວກັບ ວ່າເດັກນ້ອຍ ຢູ່ໃນເຂດສອກຫລີກ ຫ່າງໄກ ນັ້ນ ມີຄວາມ ສ່ຽງເປັນພະຍາດນີ້ ຫລາຍປານໃດ ທ່ານກໍວ່າ:

ກໍສີ່ ບໍ່ມີຄວາມສ່ຽງສູງດອກ ເພາະວ່າ ພວກເຮົາ ໄດ້ກະຈາຍ ສະຖານີ ການບໍຣິການ ຂອງພວກ ເຮົາລົງ ເຖິງເຂົາເຈົ້າໝົດແລ້ວ ຕົວຢ່າງ ອາສາ ສມັກ ພວກເຮົາ ກໍເຕັມໝົດທຸກບ້ານ ແລ້ວ ແລະ ກໍກອງທືນ ຢາໝູນວຽນ ຂອງແຕ່ລະບ້ານ ຖ້າມີຄວາມສ່ຽງ ກໍບໍ່ສູງ ເພາະວ່າ ຄັ້ນເກີດ ເຂົາເຈົ້າ ກໍປິ່ນປົວ ກະທັນຫັນໄດ້.”

ໃນຍາມ ລະດູໜາວນີ້ ບໍ່ວ່າ ແຕ່ປະເທດລາວ ຫລື ປະເທດ ທີ່ຈະເຣີນ ທາງດ້ານສາທາຣະນະສຸກ ແລ້ວກໍດີ ມັນບໍ່ແມ່ນ ຂອງງ່າຍ ທີ່ຈະຕໍ່ສູ້ ກັບເຊື້ອພະຍາດ ຊນິດ ຕ່າງໆ ໂດຍສະເພາະ ພະຍາດ ທີ່ກ່ຽວກັບປອດ ເພາະວ່າ ເຊື້ອພະຍາດ ຢູ່ໃນທຸກຫົນທຸກແຫ່ງ ໃນອາກາດ. ໃນລະດູ ໜາວນີ້ ຫລາຍປະເທດ ມີໂຄງການ ສັກຢາປ້ອງກັນ ໄຂ້ຫວັດ ໃຫ້ແກ່ເດັກນ້ອຍ ແລະ ຄົນ ແກ່ອາຍຸ. ນອກນັ້ນ ຍັງມີ ໂຄງການປ້ອງກັນ ຫລາຍຢ່າງ ນັບຕັ້ງແຕ່ ການກິນການຢູ່ ແລະ ການນຸ່ງຫົ້ມ ກໍຕ້ອງສະອາດ ແລະ ມີຄວາມອົບອຸ່ນ ແກ່ຮ່າງກາຍ ເພື່ອປ້ອງກັນ ບໍ່ໃຫ້ເປັນຫວັດ ເປັນໄອ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.