ອັຕຣາ ກາຣຕາຍ ເດັກນ້ອຍລາວ

ເຈົ້າໜ້າທີ່ອົງກາຣ ອະນາມັຍໂລກວ່າ ອັຕຣາກາຣຕາຍ ຂອງເດັກນ້ອຍລາວ ຢູ່ໃນຣະດັບສູງ ໂດຽສະເພາະຕາມ ເຂຕຊົນບົທ ທີ່ຂາດຄວາມເບີ່ງແຍງ ຂອງທາງເຈົ້າໜ້າທີ່
ຫວາດ ສີມູນ
2009.03.24

ເຈົ້າໜ້າທີ່ຂອງ ອົງກາຣ ອະນາມັຍ ໂລກວ່າ: ອັຕຣາກາຣຕາຍ ຂອງເດັກນ້ອຍລາວ ຢູ່ໃນຣະດັບ ທີ່ສູງ ໂດຽສະເພາະ ໃນເຂຕຊົນບົທ ທີ່ຜູ້ເປັນແມ່ ສ່ວນຫລາຍມັກຈະ ເກີດລູກເອງຢູ່ ກັບບ້ານເຮືອບຕາມ ທັມຊາຕ ໂດຽບໍ່ໄດ້ຮັບ ຄວາມເບີ່ງແຍງຈາກ ທາງເຈົ້າໜ້າທີ່ ທາງກາຣແພທ ແຕ່ຢ່າງໃດ ຊື່ງກໍໝາຍຄວາມ ວ່າຜູ້ເປັນແມ່ ມີກາຣສ່ຽງ ຫລາຍຕໍ່ກາຣ ຕິດເຊື້ອໂຣຄ ພ້ອມກັບຂາດ ກາຣເບີ່ງແຍງ ຈາກທາງກາຣແພທ ດັ່ງເຈົ້າໜ້າທີ່ ຈາກອົງກາຣ UNICEF ປະຈຳລາວໄດ້ກ່າວວ່າ:

“ອີງໃສ່ກາຣ ສຳຣວຈສຸຂພາບ ວັຍເຈຣີນພັນ ປີ 2005 ເນາະອົງກາຣ ອະນາມັຍ ໂລກເຂົາ estimate ວ່າຢູ່ລາວ ອັຕຣາກາຣຕາຍ ມັນປະມານ 600 ຕໍ່ 100,000 ຄົນ (ຂອງ) ເດັກນ້ອຍທີ່ ເກີດມີຊີວີຕ”

ເຈົ້າໜ້າທີ່ ກ່ຽວຂ້ອງຍັງໄດ້ ແຈ້ງເພີ່ມວ່າ: ຂໍ້ມູລດັ່ງກ່າວ ແຕກຕ່າງກັບ ສະຖີຕິ ກາຣຕາຍຂອງ ເດັກນ້ອຍທີ່ ທາງກະຊວງ ສາທາຣະນະສຸຂ ໄດ້ເກັບກຳໄວ້ ຄືມີປະມານ 405 ຄົນຕໍ່ 100,000 ຄົນແລະກໍເປັນ ກາຣແສດງ ໃຫ້ເຫັນວ່າ: ກາຣພັທນາ ດ້ານສຸຂພາບ ໃນລາວຍັງ ມີບັນຫາ ແລະບໍ່ທົ່ວເຖີງ ເທົ້າທີ່ຄວນ.

ສາເຫຕສຳຄັນ ທີ່ເຮັດໃຫ້ເດັກ ນ້ອຍເສັຽຊີວີຕ ໃນອັຕຣາ ສູງນັ້ນ ກໍຍ້ອນວ່າຜູ້ ເປັນແມ່ບໍ່ໄດ້ ຮັບກາຣເບີ່ງແຍງ ຈາກທາງກາຣແພທ ແລະສ່ວນຫລາຍ ກໍແມ່ນບັນດາຊົນ ເຜົ່າຕ່າງໆ ທີ່ອາສັຍຢູ່ ຕາມເຂຕ ຊົນບົທ ຫລືພູດອຍທີ່ ຫ່າງໄກຊອກຫລີກ ດັ່ງເຈົ້າໜ້າທີ່ ອົງກາຣ ຢູນິເຊຟ ໄດ້ແຈ້ງເພີ່ມວ່າ:

“ເວົ້າເຣື່ອງ Health structure ກໍຍັງບໍ່ ເຂັ້ມແຂງພໍທີ່ ຈະໃຫ້ ບໍຣິກາຣເນາະ ສ່ວນຫລາຍແມ່ນ 80% ຂອງປະຊາຊົນ ແມ່ນຢູ່ ຊົນບົທ ຊົນບົທ ແລ້ວເຂົ້າເຖີງກາຣ ບໍຣິກາຣຍາກ ມັນຫຍຸ້ງຍາກ ຫລາຍກວ່າ 80% ຂອງກາຣເກີດລູກ ແມ່ນມັນເກີດ ຢູ່ບ້ານ”

ພ້ອມດຽວກັນນີ້ ທາງເຈົ້າໜ້າທີ່ ກໍເນັ້ນວ່າເຂຕ ທີ່ມີບັນຫາ ຫລາຍນັ້ນແມ່ນ ຕາມຊົນບົທຂອງ ທຸກໆແຂວງ ຍ້ອນຂາດໂຄງຮ່າງ ພື້ນຖານທີ່ຂາດ ທັ້ງຖນົນ ຫົນທາງ ໄຟຟ້າແລະ ນ້ຳປະປາກໍ ຍັງບໍ່ທັນມີ ແລະນອກຈາກນັ້ນ ຍັງມີບັນຫາ ທີ່ຜູ້ເປັນແມ່ ຕ້ອງປະສົບກັບ ບັນຫາຕ່າງໆທີ່ ຈະເດີນທາງໄປ ຄອດລູກຢູ່ຕາມ ສຸຂສາລາ ຫລື ສູນປີ່ນປົວ ຈື່ງຕ້ອງໄດ້ຄອດ ຢູ່ກັບບ້ານ ຕາມທັມມະຊາຕ ແລະມີກາຣ ສ່ຽງສູງ ຕໍ່ກາຣ ເສັຽຊີວີຕ ທັ້ງລູກແລະ ຜູ້ເປັນແມ່ ນຳດ້ວຍ!!

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.