ຜູ້ຕິດເຊື້ອ HIV-AIDS ເຂົ້າຮັບການປິ່ນປົວ

ຈໍານວນຄົນ ເປັນໂຣຄ HIV-AIDS ໃນແຂວງ ຈໍາປາສັກ ເພີ່ມສູງຂຶ້ນ ຍ້ອນຜູ້ຕິດເຊື້ອ ໄດ້ເຂົ້າຮັບການ ປິ່ນປົວ ຫລາຍຂຶ້ນ.
ມະນີຈັນ
2010.08.20

ຜູ້ຄົນທີ່ຕິດເຊື້ອ HIV-AIDS ໃນແຂວງ ຈໍາປາສັກ ປັຈຈຸບັນນີ້ ມີເພີ່ມຂຶ້ນ ຍ້ອນມີການ ເປີດສູນ ປີ່ນປົວ ພາຍໃນແຂວງ ເຮັດໃຫ້ຜູ້ປ່ວຍ ມີຄວາມຕັ້ງໃຈ ເຂົ້າຮັບ ການຮັກສາ ຫລາຍຂຶ້ນ. ຕາມຄໍາເວົ້າ ຂອງທ່ານໝໍ ມາຍຸຣາ ພົມມະລາ ປະຈໍາສູນ ປິ່ນປົວ ໂຣກເອດສ ແຂວງຈໍາປາສັກ:

"ເພີ່ມຂຶ້ນ ຍ້ອນວ່າ ມັນມີກຸ່ມຄົນ ເຮົາທີ່ວ່າ ໄປເຮັດງານ ມາຈາກຕ່າງເມືອງ ຕ່າງແຂວງ ຕ່າງປະເທດ ຈັ່ງຊັ້ນ ການເພີ່ມຂຶ້ນ ຂອງມັນ ສ່ວນຫລາຍ ແມ່ນເພີ່ມຂຶ້ນ ຍ້ອນວ່າ ເຂົາເຈົ້າ ມີຄວາມຮູ້ ໄດ້ຮັບຂໍ້ມູນ ແລ້ວເຂົ້າມາກວດ ແລະ ເຮັດໃຫ້ຕົວເລກ ເຮົາເພີ່ມຂຶ້ນ ແຕ່ກີ້ ເຂົາເຈົ້າ ບໍ່ເຂົ້າໃຈ ຖືເປັນເລື້ອງໜ້າອາຍ".

ທ່ານໝໍ ມະຍຸຣາ ກ່າວຕື່ມວ່າ ນັບຕັ້ງແຕ່ເປີດສູນ ຢ່າງເປັນທາງການ ເມື່ອຕົ້ນປີ 2010 ປາກົດວ່າ ມີຄົນຕິດເຊື້ອ HIV ເຂົ້າມາຮັບການ ປິ່ນປົວຫລາຍ ນັ້ນກໍເປັນເລື່ອງ ທີ່ດີ ຊຶ່ງຜູ້ປ່ວຍ ແລະ ປະຊາຊົນ ທົ່ວໄປມີຄວາມຮູ້ ຄວາມເຂົ້າໃຈ ແລະ ຍອມຮັບຄວາມຈິງ ຫລາຍຂຶ້ນ ເພາະຮູ້ວ່າ ມີທາງ ຮັກສາປີ່ນປົວ ທີ່ຖືກວິທີ. 

ແຕ່ເຖິງຢ່າງໃດ ກໍຍັງມີອີກ ຈໍານວນບໍ່ໜ້ອຍ ທີ່ຍັງບໍ່ຮູ້ວ່າ ຕົວເອງຕິດເຊື້ອ ແລະບາງຄົນກໍຮູ້ ແຕ່ບໍ່ກ້າ ໄປຫາໝໍ. ຜູ້ຕິດເຊື້ອໂຣກ HIV-AIDS ຕາມຕົວເລຂ ຂອງທາງການ ນັບແຕ່ ສາທາຣະນະສຸຂ ແຂວງຈໍາປາສັກ ໄດ້ເກັບຂໍ້ມູນ ຕັ້ງແຕ່ປີ 1994 ຫາເດືອນ 7 ປີ 2010 ມີທັງໝົດ 406 ຄົນ ແລະ ເສັຽຊີວິດແລ້ວ ປະມານ 100 ຄົນ ສ່ວນໃຫຍ່ ໄປຈາກ ເມືອງໂພນທອງ.

ສູນປີ່ນປົວເອດສ ໃນແຂວງ ຈໍາປາສັກ ເປັນອາຄານນ້ອຍ ຢູ່ໃນສ່ວນ ຂອງໂຮງໝໍ ຈໍາປາສັກ ມີ 8 ຕຽງ ປັຈຈຸບັນ ມີຜູ້ຮັບການ ປິ່ນປົວ 4 ຄົນ ແລະ ຜູ້ປ່ວຍສ່ວນຫລາຍ ມາຮັບການກວດ ແລະກັບໄປ ປີ່ນປົວຢູ່ເຮືອນ ຂອງຕົນເອງ. ຢາທີ່ໃຊ້ ໃນການຮັກສາ ຄືຢາຕ້ານເຊື້ອ HIV ທີ່ເອີ້ນວ່າ ຢາ ARV ແລະຢາ OI.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.