ໄຂ້ຫວັດນົກ ອາຈເກີດໃນ ເມືອງແກ່ນທ້າວ
2010.06.22
ຫ້ອງການ ສາທາຣະນະສຸຂ ແຂວງໄຊຍະບຸຣີ ຍອມຮັບວ່າ ການຣະບາດ ຂອງເຊື້ອ ໄຂ້ຫວັດນົກ ໃນແຂວງຍັງມີ ຄວາມສ່ຽງສູງຢູ່ ໃນບາງເຂດເຊັ່ນ ເມືອງແກ່ນທ້າວ ດັ່ງເຈົ້າຫນ້າທີ່ ກ່ຽວຂ້ອງທ່ານນຶ່ງ ເວົ້າວ່າ:
"ປັດຈຸບັນເລື້ອງ ໄຂ້ຫວັດນົກ ກໍ່ຢຸດໄປແລ້ວເນີ ເພາະວ່າມັນກໍ່ມີ ປາກົດການ ນ້ອຍນື່ງ ເກີດຂື້ນຢູ່ນຳ ປະຊາຊົນ ດຽວນີ້ຂະເຈົ້າ ກໍບໍ່ມີການ ແພ່ຣະບາດຂອງ ພຍາດ ດັ່ງກ່າວນີ້ແລ້ວ ບໍ່ມີອາການ ຂອງສັດ ບໍ່ມີອາການ ຂອງຄົນ ຄວາມສ່ຽງທີ່ເກິດຂື້ນ ກໍ່ຈະມີແຕ່ ເມືອງແກ່ນທ້າວ ມັນມີສີ່ງທີ່ ຈະສ່ຽງສູງ".
ທ່ານກ່າວຕໍ່ໄປວ່າ ບັນຫາໄຂ້ຫວັດນົກ ທີ່ແຂວງ ໄຊຍະບຸຣີ ໂດຍທົ່ວໄປ ໃນແຂວງກໍບໍ່ໄດ້ ເກີດຂື້ນມາດົນແລ້ວ ຊຶ່ງໃນປັດຈຸບັນ ກໍ່ບໍ່ມີການ ຣະບາດແຕ່ຢ່າງໃດ ແຕ່ທາງການແຂວງ ຍອມຮັບວ່າ ໂຣຄດັ່ງກ່າວ ອາດກັບຄືນມາ ອີກໃຫມ່ ໂດຍສະເພາະທີ່ ເມືອງແກ່ນທ້າວເພາະ ມີປາກົດການ ບາງຢ່າງເກີດຂື້ນ ໃນຫມູ່ສັດລ້ຽງ ວ່າງຫລັງໆມານີ້.
ເມືອງແກ່ນທ້າວເປັນ ເມືອງໃຫຍ່ ໃນແຂວງ ໄຊຍະບຸຣີ ທີ່ມີປະຊາຊົນ ເຂົ້າມາອາສັຍ ທຳມາຫາກີນ ຈາກແຫ່ງຕ່າງໆ ໂດຍສະເພາະ ແມ່ນຈາກເຂດ ຊົນນນະບົດ ຜູ້ທີ່ບໍ່ມີ ຄວາມຮູ້ແລະຄວາມເຂົ້າໃຈ ກ່ຽວກັບ ໂຣຄດັ່ງກ່າວ ໃນຫມູ່ສັດປີກ ຂອງຕົນທີ່ລ້ຽງ ຕາມບ້ານ.
ແຂວງໄຊຍະບຸຣີ ເຄີຍມີບັນຫາ ເລື້ອງໂຣຄ ໄຂ້ຫວັດນົກ ໃນຊ່ວງທ້າຍປີ 2008 ໃນ 13 ຫມູ່ບ້ານ ເຮັດໃຫ້ມີການ ຕິດເຊື້ອລາຍໃຫຍ່ ສັດລ້ຽງຂອງ ປະຊາຊົນເປັນ ຈຳນວນຫລວງຫລາຍ ຖືກທຳລາຍເພື່ອ ປ້ອງກັນ ການແພ່ລາມ ໂຣຄດັ່ງກ່າວ.