ອ່ອນ ປະສິດທິພາບ ໃນ ການປະຕິບັດງານ ຣະດັບ ສາກົນ

ສະພາກາຊາດລາວ ຂາດແຄນ ເຈົ້າໜ້າທີ່ ທີ່ມີ ປະສິດທິພາບ ໃນ ການປະຕິບັດງານ
ຈະເຣີນສຸກ ຣາຍງານ
2008.05.23

ສະພາກາຊາດລາວ ຂາດ ເຈົ້າໜ້າທີ່ ຜູ້ທີ່ມີ ຄວາມຮູ້ ຄວາມສາມາດ ແລະ ຈໍານວນ ເຈົ້າໜ້າທີ່ ບໍ່ພຽງພໍ ໃນ ການປະຕິບັດ ໂຄງການ ຕ່າງໆ ໃນ ທົ່ວປະເທດ, ອີງຕາມ ການເປີດເຜີຍ ຂອງ ເຈົ້າໜ້າທີ່  ກ່ຽວຂ້ອງ.

“ບັນຫາ ຂອງ ສະພາການຊາດ (red cross) ກໍຄືວ່າ ເຮົາ ມີວຽກຫລາຍ, ແຕ່ວ່າ ບຸກຄະລາກອນ ເຮົາຫັ້ນ ບໍ່ພຽງພໍ, ມີໜ້ອຍ ແລະ ກໍເຣື້ອງ ຄວາມສາມາດ ກໍ ບໍ່ຄ່ອຍສູງ, ໂດຍສະເພາະ ເຣື້ອງພາສາ ເຮົາ ກໍຍັງບໍ່ເກັ່ງ.”

ຍານາງ ກ່າວຕື່ມ ວ່າ ບັນຫາ ສ່ວນໃຫຍ່ ຂອງ ເຈົ້າໜ້າທີ່ ກໍແມ່ນ ດ້ານພາສາ ເພາະ ມີ ການຕິດຕໍ່ ພົວພັນ ກັບ ອົງການ ຊ່ອຍເຫລືອ ຕ່າງຊາດ ເປັນປະຈໍາ. ຖ້າມີ ການໃຊ້ພາສາ ບໍ່ຄ່ອງແຄ້ວ ໃນ ການປະຊາສັມພັນ ກັບ ອົງການ ອື່ນໆ ກໍຈະມີ ບັນຫາ ໃນການ ໃຫ້ ການຊ່ອຍເຫລືອ. ໃນເວລາດຽວກັນ, ເຂດ ທີ່ຢູ່ຫ່າງໄກ ສອກຫລີກ ກໍມີ ເຈົ້າໜ້າທີ່ ບໍ່ພຽງພໍ ໃນ ການປະຕິບັດ ໜ້າທີ່ ໃນ ໂຄງການ ຕ່າງໆ ທີ່ ໄດ້ວາງໄວ້, ເນື່ອງຈາກ ວ່າ ຂາດງົປມານ ຂອງ ອົງການເອງ.

ເຖິງຢ່າງໃດ ກໍຕາມ, ທ່ານ ກ່າວ ກ່ຽວກັບ ການຍົກຣະດັບ ເຈົ້າໜ້າທີ່ ວ່າ:

“ກໍມີ, ເຮົາ ກໍມີ ໂຄງການ ນຶ່ງ, ຍົກຣະດັບ ຄວາມສາມາດ, ຕົວຢ່າງ ການຝຶກອົບຮົມ ເຣື້ອງ ການເງິນ, ຄອມພິວເຕີ, ພາສາ. ມີ ຫລັກສູດ 1 ເດືອນ 3 ເດືອນ ເປັນຕົ້ນ.”

ເຖິງແມ່ນວ່າ ຈະມີ ນະໂຍບາຍ ການຮຽນຮູ້ ເພີ້ມຕື່ມ ທີ່ ທາງຣັຖບານ ໄດ້ ຈັດໃຫ້ນັ້ນ; ແຕ່ ເຈົ້າໜ້າທີ່ ທ່ານ ດຽວກັນນີ້ ເວົ້າວ່າ ໃນ ການຮຽນນັ້ນ ຕ້ອງຮຽນ ແບບຕໍ່ເນື່ອງ, ແຕ່ ເນື່ອງຈາກວ່າ ເຈົ້າໜ້າທີ່ ບາງຄົນ ບໍ່ມີ ເວລາພຽງພໍ ຈຶ່ງໄດ້ ຂາດການຮຽນ ຫລາຍໆເທື່ອ, ເຮັດໃຫ້ ບົດຮຽນ ບໍ່ຕໍ່ເນື່ອງ.

ຄຳສັບ ຊອກຫາຂໍ້ມູນ: ຣະດັບສຶກສາ educatlevel

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.