ຮ້ານ ເຄື່ອງກິນແຫ້ງ ລາວ ຮ່ວມ ເທສການ Mosaic, Canada

ເຖິງວ່າ ເຈຕະນາ ຂອງ ເທສການ Mosaic ຈະແມ່ນ ການສແດງ ວັທນະທັມ ຕ່າງໆ ແກ່ ຊາວ Regina ກໍ່ຕາມ, ແຕ່ ສຳຫລັບ ປະທານ ຂອງ ຮ້ານລາວ ທ່ານ Daniel ວົງຄຳຈັນ ມັນ ຍັງເປັນ ໂອກາດ ສິດສອນ ເດັກນ້ອຍ ລາວ ຮຸ່ນໃໝ່ ໃຫ້ຮູ້ ກ່ຽວກັບ ມໍຣະດົກ ຕົກທອດ ຂອງ ພວກ ເຂົາເຈົ້າ.
ວຽງໄຊ ຣາຍງານ
2008.06.05

ຮ້ານລາວ ເປັນ ນຶ່ງ ໃນ ຈຳນວນ 18 ຮ້ານ ທີ່ ສແດງ ຢູ່ທີ່ ເທສການ Mosaic ປີນີ້. ແຕ່ລະຮ້ານ ຊຶ່ງມີ ວັທນະທັມ ແຕກຕ່າງ ກັນນັ້ນ ມີ ອາຫານ ໄວ້ ຈຳໜ່າຍ, ມີ ການສແດງ ເຄື່ອງ ຫັຖກັມ ແລະ ການສແດງ ຕ່າງໆ ໃຫ້ ແຂກຊົມ ໃນ ເວລາ 3 ວັນ ຂອງ ເທສການ ດັ່ງກ່າວ.

Madame Daniela Schaeffer, ປະທານ ສພາ ວັທນະທັມ ຂອງ ເມືອງ Regina ໃນ ປະເທດ Canada ເວົາວ່າ: ພວກ ຈັດ ເທສການ ຢາກໃຫ້ແຂກ ມີ ຄວາມຮູ້ສຶກ ວ່າ ເຂົ້າເຈົ້າ ໄປ ພຈົນພັຍ ໃນ ໂລກ ກວ້າງ ເວລາ ທີ່ເຂົາ ເຈົ້າຢູ່ ທີ່ Mosaic ແລະ ເທສການ ນີ້ ກໍ ພຍາຍາມ ຢູ່ສເມີ ທີ່ ຈະຊອກຫາ ກຸ່ມໃໝ່ໆ ເຂົາມາຮ່ວມ ນຳ.

ລາວ ເປັນ ນຶ່ງ ໃນ ຈຳນວນ 3 ກຸມ ໃໝ່ ທີ່ ເຂົ້າຮ່ວມ ເມື່ອ ປີຜ່ານມາ ແລະ madame Schaeffer ເວົ້າວ່າ ເຖິງປີນີ້ ຈະບໍ່ມີ ກຸ່ມໃໝ່ ເຂົ້າຮ່ວມ; ແຕ່ ກຸ່ມເກົ່າ ຫລາຍໆ ກຸ່ມ ກໍ່ໄດ້ ປັບປຸງ ຮ້ານ ຂອງ ພວກຕົນ ແລະ ວ່າ ຕົວຢ່າງ ທີ່ດີ ກໍ່ຄື ກຸ່ມ ຂອງ ຄົນລາວ ຊຶ່ງ ໄດ້ຂຍາຍ ຮ້ານ ອອກຕື່ມ 5 ເທົ່າ ຕົວ ເມື່ອ ປຽບທຽບ ກັບ ຂນາດ ຮ້ານ ເມື່ອ ປີ ທີ່ຜ່ານມາ ຍ້ອນວ່າ ໄດ້ຮຽນຮູ້ ຈາກ ປະສົປການ ເມື່ອ ປີກາຍ.

ປີນີ້ ລາວ ຈະມີ ການສແດງ ຟ້ອນດາບ ແລະ ຟ້ອນນາຕສິນ, ຈະມີ ເຫລົ້າເບັຍລາວ ໄວ້ ຈຳໜ່າຍ ເຊັ່ນດຽວ ກັບ ຕຳໝາກຮຸ່ງ ຊຶ່ງ ທ່ານ Daniel ອາທິບາຍ ວ່າ ເປັນ ອາຫານ ທີ່ ຊາວລາວ ມັກກິນ ແລະ ຂາຍດິບ ຂາຍດີ ຈົນ ບໍ່ພໍຂາຍ ເມື່ອ ປີ ທີ່ຜ່ານມາ.

ຄຳຊັບ ຊອກຫາຂໍ້ມູນ: ຄົນລາວນອກ laoabroad

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.