ຝຸ່ນ ຊີວະພາບ ລາວ ຍັງບໍ່ໄດ້ ມາຕຖານ

ໃນເມື່ອ ພລິຕພັນ ພາຍໃນປະເທດ ຍັງບໍ່ໄດ້ ມາຕຖານ, ຜູ້ບໍຣິໂພກ ກໍຕ້ອງເລືອກ ຈາກ ຕ່າງປະເທດ.
ຊິດນີ ຣາຍງານ
2008.05.21

ຊາວກະສິກອນ ລາວ ໃຫ້ ຄວາມເຫັນ ວ່າ ຝຸ່ນ ຊີວະພາບ ທີ່ ຜລິດ ຢູ່ລາວ ນັ້ນ ຍັງບໍ່ໄດ້ ມາຕຖານ ແລະ ຊາວກະສິກອນ ສ່ວນໃຫຍ່ ກໍ່ບໍ່ນີຍົມ ກັນໃຊ້, ຍັງສືບຕໍ່ໃຊ້ຝຸ່ນ ເຄມີ ແລະ ຝຸ່ນ ຊີວະພາບ ທີ່ ຜລິດ ຈາກ ປະເທດໄທ ຢູ່. ເຖິງແມ່ນວ່າ  ທາງການລາວ ຈະມີ ການຜລິດ ຝຸ່ນຊີວະພາບ ໄດ້ຫລາຍ ປານໃດ ກໍ່ຕາມ ໃນ ເວລານີ້, ແຕ່ ຄຸນນະພາບ ນັ້ນ ຍັງບໍ່ທັນ ໄດ້ມາຕຖານ ເທົ່າທຽບ ກັບ ຂອງ ທີ່ຜລິດ ຈາກ ປະເທດໄທ, ດັ່ງ ຊາວກະກອນ ທ່ານ ນຶ່ງ ທີ່ ແຂວງວຽງຈັນ ກ່າວ ກ່ຽວກັບ ເຣື້ອງນີ້ ວ່າ:

”ເຮົາ ຍັງຕອ້ງການ; ແຕ່ວ່າ ຜູ້ອື່ນ ມາເຮັ້ດນັ້ນ ມັນ ບໍ່ໄດ້ຜົລ ວ່າຊັ້ນເທາະ. ລັກສນະ ວ່າ ເຮັດ ບໍ່ຖືກລັກ ເທົ່າໃດ, ເຮັດເປັນປຸ້ຍ, ເປັນຝຸ່ນ, ກໍ່ບໍນີຍົມ ໃຊ້ວ່ານໄປ, ແລ້ວ ມັນເຂົ້າດັງ ເນາະ. ມັນ ເປັນຝຸ່ນ ແນາະ”

ທ່ານ ກ່າວເພີ່ມ ອີກວ່າ: ການໃຊ້ຝຸ່ນ ເພື່ອການຜລີດ ເປັນ ປັດຈັຍ ສຳຄັນ ໃນການ  ເຮັດໃຫ້ມີ ຜລົຜລີດ ສູງ ຊຶ່ງ ໃນຣະຍະ ທີ່ຜ່ານມາ ຊາວກະສິກອນ ລາວ ກໍ່ ນີຍົມ ກັນໃຊ້ຝຸ່ນ ວິທຍາສາດ ແລະ ຝຸ່ນ ຊີວະພາບ ທີ່ ຜລິດ ຈາກ ປະເທດໄທ ທີ່ໄດ້ ຄຸນນະພາບ ດີກວ່າ; ແຕ່ວ່າ ມີ ຣາຄາ ກໍ່ແພງ ຈຶ່ງເຮັດໃຫ້ ມີຕົ້ນທຶນ ສູງ ໃນ ການຜລິດ ແຕ່ກໍ່ຍັງ ໄດ້ຜົລ ດີກວ່າ ທີ່ ຈະໃຊ້ ຝຸ່ນ ທີ່ຜລີດ ໃນ ລາວ. ເຖີງຢ່າງໃດ ກໍ່ຕາມ, ເພື່ອແກ້ໄຂ ຄຸນນະພາບ ຂອງ ຝຸ້ນ ທີ່ຜລີດ ໃນລາວ ໃຫ້ດີຂື້ນ ທາງການລາວ ກໍ່ບໍ່ມີ ຫນ່ວຍງານໃດໆ ທີ່ ຈະມາ ແນະນຳ ຊາວບ້ານ ໃຫ້ມີ ການຍົກຣະດັບ ຄຸນນະພາບ ຝຸ່ນປຸ້ຍ ທີ່ຜລິດ ໃນລາວໄດ້, ໂດຍສເພາະ ຊຸມຊົນ ຜູ້ຜລິດ ຝຸ່ນຊນິດນີ້. ເມືອ ຂາດຄວາມຮູ້ ຄວາມເຂົ້າໃຈ ໃນ ຫລັກການ ການຜລິດ ໃຫ້ໄດ້ ມາຕຖານ ແລ້ວ, ຊາວກະສິກອນ ກໍ່ຫັນໄປຊື້ ຝຸ່ນ ຈາກ ຕ່າງປະເທດ, ດັ່ງ ປະເທດ ໄທ ເໝືອນເດີມ. ຄາດວ່າ ໃນແຕ່ລະປີ ຣັຖບານລາວ ຫລື ຫ້າງຮ້ານ ຕ່າງໆ ໄດ້ສັ່ງຊື້ ປຸ້ຍ ຈາກ ຕ່າງປະເທດ, ໃຊ້ເງິນ ຢ່າງມະຫາສານ. ເງິນ ຈຳນວນ ດັ່ງກ່າວ ຄວນຈະ ສະສົມໄວ້ ດ້ວຍ ການຍົກຣະດັບ ຝຸ່ນ ໃນລາວ ໃຫ້ດີຂື້ນ.

ຄວາມເວົ້າຊອກຫາຂໍ້ມູນ: ກະສິກັມ, ກະສິກອນ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.