ຄ້າງຄ່າທົດແທນ ທີ່ດິນສ້າງທາງຣົດໄຟ

ປຸຕຸຊົນ ຍິນດີ ສນັບສນູນ ສ້າງສາ ທາງຣົດໄຟ; ແຕ່ຍັງບໍ່ໄດ້ຮັບ ຕອບສນອງ ຄ່າທົດແທນ ດີນນາມູນ ເທື່ອ.
ອາວາຣີ ຣາຍງານ
2008.04.17

ຊາວລາວ ບ້ານດົງໂພສີ ໃນ ນະຄອນຫລວງ ວຽງຈັນ ຍັງບໍ່ທັນໄດ້ຮັບ ຄ່າທົດແທນ ທີ່ດິນ ທີ່ພວກເຂົາ ຈຳເປັນ ຕ້ອງມອບໃຫ້ ຣັຖບານ ເພື່ອສ້າງເປັນທາງຣົດໄຟ ນັ້ນເທື່ອ. ປັດຈຸບັນ ຊາວບ້ານດັ່ງກ່າວ ຈຳນວນ 12 ຄົນ ຍັງລໍຖ້າ ຄ່າທົດແທນ ຈາກ ຣັຖບານລາວ ຢູ່. ໃນຣະຍະ 2 ປີ ທີ່ຜ່ານມາ, ພວກຂະເຈົ້າໄດ້ທຽວໄປຫາ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ ນະຄອນຫລວງ ວຽງຈັນ ເລື້ອຍໆ ເພື່ອຮຽກຮ້ອງ ຄ່າທົດແທນ; ແຕ່ ຈົນເຖິງ ປັດຈຸບັນ ກໍຍັງບໍ່ທັນ ໄດ້ຜົນແນວໃດ ເລີຍ.

ນາງ ປາງຄຳ ຄຳທອນ, ອາຍຸ 48 ປີ ຊາວບ້ານ ດົງໂພສີ ທີ່ໜີປະ ດິນນາ ປະມານ ເຄິ່ງເຮັກຕາຣ໌ ເພື່ອເປັນ ບ່ອນສ້າງທາງຣົດໄຟ ນັ້ນ, ຈົ່ມວ່າ ເຈົ້າໜ້າທີ່ ຣັຖບານລາວ ບອກວ່າ ຈະໃຊ້ ຄ່າທົດແທນ ທີ່ດິນຢ່າງເປັນທັມ ໃຫ້ແກ່ປະຊາຊົນ; ແຕ່ຈົນເຖິງປັດຈຸບັນ ກໍຍັງບໍ່ທັນ ໄດ້ຮັບເທື່ອ ແລະ ກໍບໍ່ຮູ້ວ່າ ປານໃດຈະໄດ້. ນາງ ປາງຄຳ ກ່າວອີກວ່າ ປັດຈຸບັນ, ນາງ ບໍ່ມີດິນ ທີ່ຈະປູກເຂົ້າ ແລະ ຜັກ ເພື່ອລ້ຽງຄອບຄົວ; ຄອບຄົວ ຂອງນາງ ເປັນເຈົ້າຂອງ ດິນາ ແຫ່ງນີ້ ມາໄດ້ 3 ເຊັ່ນ ຄົນແລ້ວ.

ສ່ວນ ທ່ານ ສົມໄຊ, ຜົວ ຂອງ ນາງ ປາງຄຳ, ກ່າວວ່າ ພວກຂະເຈົ້າ ບໍ່ຂັດຄ້ານການສ້າງສາ ພັທນາ ຂອງຣັຖບານ. ທຸກຄົນ ກໍຢາກໃຫ້ປະເທດ ມີທາງຣົດໄຟ; ແຕ່ພວກເຂົາ ກໍເສັຍໃຈ ທີ່ໄດ້ສູນເສັຍ ດິນນາໄປ.

ຊາວບ້ານ ດົງໂພສີ ອີກຜູ້ນຶ່ງ ຄື ນາງ ລົມ ເຫລັກສິງໂຕ, ອາຍຸ 51 ປີ, ເວົ້າວ່າ ພວກເຂົາ ຈະຕໍ່ສູ້ ສືບຕໍ່ໄປ ຈົນກວ່າ ຈະໄດ້ຄ່າທົດແທນ; ພວກເຂົາ ບໍ່ຢ້ານ ເພາະ ພວກເຂົາ ບໍ່ໄດ້ເຮັດຜິດຫຍັງ. ນາງ ລົມ ເວົ້າອີກວ່າ ແທນທີ່ຈະໃຫ້ ເງິນຄ່າທົດແທນ ຢ່າງຄົບຖ້ວນ, ປັດຈຸບັນ ທາງການລາວ ໄດ້ຊ່ວຍ ແຈກຢາຍ ເຂົ້າສານ ໃຫ້ແກ່ຊາວບ້ານ; ແຕ່ເຂົ້ານັ້ນ ພັດເປັນເຂົ້າ ບໍ່ມີຄຸນນະພາບ, ເປັນເຂົ້າມຸ່ນ, ເຂົ້າຫັກ. ພວກເຂົາ ສ່ວນຫຼາຍ ຂາຍເຂົ້ານັ້ນ ແລ້ວຊື້ເຂົ້າດີ ມາກິນແທນ.

ທາງຣົດໄຟ ຕໍ່ຈາກ ຂົວມິດຕະພາບ ລາວ-ໄທ ທີ່ນະຄອນຫລວງ ວຽງຈັນ ຈະຖືກສ້າງ ສຳເຣັດ ພາຍໃນ ວັນທີ່ 24 ເດືອນເມສາ ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.