ບໍຣິການ ຣົຖເມ ຕ້ອງການ ຜ່ານດ່ານ ໄວ
2008.05.12
ບໍຣິສັດ ຂົນສົ່ງ ທາງຣົຖເມ ຣະຫວ່າງ ລາວ-ໄທ ຢາກຮຽກຮ້ອງ ໃຫ້ຄນະກັມມະການ ຮັບຜິດຊອບ ກ່ຽວກັບ ການເຂົ້າອອກ ທີ່ ດ່ານຂົວມີຕພາບ ລາວ-ໄທ ທີ່ແຂວງ ໜອງຄາຍ ແລະ ນະຄອນຫລວງ ວຽງຈັນ ວ່າ ໃຫ້ເປີດ ປະຕູພິເສດ ສຳລັບ ກວດຣົຖເມ ແລະກວດຄົນທັມມະດາ ຕ່າງຫາກ ເພາະມັນອັ່ງລໍ ຊັກຊ້າ ແລະ ສ້າງ ຄວາມລຳຄານ ໃນການເດີນທາງ ເຂົ້າອອກ ຂອງຜູ້ໂດຍສານ, ໂດຍສເພາະ, ນັກທ່ອງທ່ຽວ.
ທ່ານ ຄຳພຸນ ເຕມີລານ ຜູ້ບໍຣິຫານ ບໍຣິສັດຣົຖເມ ຝ່າຍລາວ ເວົ້າວ່າ ເລີ້ມແຕ່ເປີດ ການບໍຣິການ ຜູ້ໂດຍສານ ວຽງຈັນ ໜອງຄາຍ, ກໍ່ປາກົດວ່າ ໄດ້ຮັບ ຄວາມນີຍົມ ຈາກຜູ້ໂດຍສານ ເປັນອັນມາກ. ໃນຊ່ວງທຳອິດ ບັນຫາ ການຊັກຊ້າ ໃນການກວດ ເອກສານ ແມ່ນຢູ່ ໃນຝັ່ງລາວ ແລະ ໃນເວລານີ້ ກໍ່ແມ່ນຢູ່ ທີ່ຝັ່ງໄທ. ຖ້າມີ ການຊັກຊ້າຂື້ນ ເລື້ອຍໆ, ຜູ້ໂດຍສານ ອາດຈະຂາດ ຄວາມສົນໃຈ ທີ່ຈະໃຊ້ບໍຣີການ ຣົຖເມ ໃນອານາຄົດ. ທ່ານ ຢາກຮຽກຮ້ອງ ໃຫ້ໜ່ວຍງານ ທີ່ກ່ຽວຂ້ອງ ເປີດປະຕູກວດພິເສດ ສຳລັບ ນັກທ່ອງທ່ຽວ ກັບຄົນ ທັມມະດາ ຂື້ນ ເພື່ອຄວາມວອ່ງໄວ ໃນການເດີນທາງ, ດັ່ງທ່ານກ່າວ ໃນຕອນນຶ່ງ ວ່າ:
“ມັນຕ້ອງ ໄປລຽນຄີວ ກັນ. ຕາມທັມມະດາ ຕ້ອງມີ boot ສເພາະຄົນໂດຍສານ ຣະຫວ່າງ ປະເທດ, ບໍ່ໃຫ້ປົນກັນ. ຕົວນີ້ ພວກເຮົາ ຈະສເນີ ຄນະກັມມະການຮ່ວມ ລາວໄທຕື່ມ. ຕອນນີ້ ກໍ່ຕ້ອງ ໄດ້ສເນີ ເພື່ອຄວາມໄວ”
ທ່ານວ່າ ໃນປັດຈຸບັນນີ້ ທຸກຄົນ ບໍ່ວ່າ ຄົນເຂົ້າອອກ ທັມມະດາ, ຣົຖສ່ວນຕົວ, ຣົຖເມ ຫລື ນັກທ່ອງທ່ຽວ ທີ່ໄປກັບຣົຖເມ, ກໍຈະຖືກກວດກາ ໃນປະຕູດຽວກັນຫມົດ ແລະ ກໍ ເປັນການຊັກຊ້າ ສຳລັບ ນັກທ່ອງທ່ຽວ ຜູ້ທີ່ໃຊ້ ບໍຣິການ ຣົຖເມ ຜູ້ທີ່ມີ ເວລາຈຳກັດ ໃນ ການເດີນທາງ ມາທ່ອງທ່ຽວ ແລະ ສ້າງຄວາມລຳຄານ ໃຫ້ແກ່ ພວກຂະເຈົ້າ ຄວນມີ ປະຕູສຳລັບ ນັກທ່ອງທ່ຽວຕ່າງຫາກ ເພື່ອໃຫ້ຄວາມສດວກ ແກ່ ພວກຂະເຈົ້າ ເພື່ອເປັນ ການດຶງດູດ ນັກທ່ອງທ່ຽວ ໃຫ້ຫລາຍຂຶ້ນ. ທ່ານ ກ່າວເພີ່ມ ອີກວ່າ:
“ມັນກໍ່ຕ້ອງມີອັນໃດທີ່ໃວຂື້ນໄປ ຕາມເຫດການການເດີນທາງປັກກະຕິ ມັນກໍ່ຖືວ່າຊ້າ ບໍ່ສາມາດດືງດູດຜູ້ໂດຍສານມາຂີ່ໄດ້ ອັນນີ້ພວກເຮົາຄິດວ່າ ເປັນການປະຫຍັດຂອງປະຊາຊົນ ບໍ່ຈຳເປັນເອົາຣົຖສ່ວນຕົວຂ້າມ.”
ສຳລັບ ການບໍຣິການ ທາງຣົຖເມ ຈາກຝັ່ງລາວ ໄປໄທ ໃນປັດຈຸບັນ ກໍ່ມີ 3 ເສັ້ນທາງ ໃນແຕ່ລະມື້, ຄື: ຈາກວຽງຈັນ-ຫນອງຄາຍ, ວຽງຈັນ-ອຸດອນ,ແລະ ວຽງຈັນ-ຂອນແກ່ນ.