ສວັນນະເຂດ-ມຸກດາຫານ ສລອງ ບຸນອອກພັນສາ

ບຸນອອກ ພັນສາ ແລະ ໄຫລເຮືອໄຟ ຢູ່ແຂວງສວັນນະເຂດ - ມຸກດາຫານ ປີນີ້ ຈະຈັດ ຢ່າງຍິ່ງໃຫຍ່ ແລະ ຄຶກຄື້ນກວ່າ ປີທີ່ຜ່ານມາ.
ໂພໄຊສວັດ ຣາຍງານ
2008.10.14
FT-boatracing-01 ແຂ່ງຂັນ ຊ່ວງເຮືອ ລາວ-ໄທ ໃນຣະຫວ່າງ ບຸນອອກພັນສາ
Photo by Viewer

ທ່ານ ​ເຊົາ ສີ​ສຸກ ​ເຈົ້າ​ໜ້າ​ທີ່​ ຫ້ອງການ ທ່ອງ​ທ່ຽວ ​ເມືອງ​ໄກສອນ ​ແຂວງ​ສວັນນະ​ເຂດ ​ເປີດ​ເຜີຍ​ວ່າ ບຸນ​ອອກ​ພັນ​ສາ ​ໃນ​ປີ​ນີ້ ຈະ​ຄຶກຄັກ ​ຫລາຍ​ກວ່າ ​ປີ​ທີ່​ຜ່ານ​ມາ ຈະ​ມີ​ປະຊາຊົນ ທັງ​ສອງ​ຝັ່ງ ​ແມ່​ນໍ້າຂອງ ​ເຂົ້າ​ຮ່ວມ ​ໃນ​ງານ​ບຸນ​ຢ່າງ​ຫລວງຫລາຍ.

​ໃນ​ຕອນ​ກາງຄືນ ຂອງ​ມື້ບຸນ ກໍ​ຈະ​ມີ​ ການ​ໄຫລ​ເຮືອ​ໄຟ. ປີ​ນີ້ ​ມື້ບຸນ​ແມ່ນ ວັນ​ທີ 14 ຕຸລາ ຊຶ່ງ​ຈະ​ມີ ​ແຂກ​ທາງ​ການ​ສໍາຄັນ ຈາກ​ປະ​ເທດ ​ເພື່ອນ​ບ້ານ​ເຂົ້າ​ຮ່ວມ ດັ່ງ​ທ່ານ ​ເຊົາ ​ໄດ້​ເວົ້າ​ວ່າ: 

“ມື້​ແລງ ​ຈະ​ມີການ​ໄຫລ ​ເຮືອ​ໄຟ ຈະ​ມີ​ແຂກ ຈາກ 3 ປະ​ເທດ​ ເຂົ້າ​ຮ່ວມກິນ​ເຂົ້າ​ ຢູ່​ຮ້ານ ສວັນ​ລາວ​ເດີມ ​ເພື່ອ​ຈະ​ໄດ້​ເບິ່ງ ການ​ໄຫລ​ເຮືອ​ໄຟ ຈັດ​ມີ 3 ລໍາ ​ເປັນ​ເຮືອ ລະດັບ​ໃຫຍ່”

ທ່ານ ກ່າວ​ອີກ​ວ່າ ​ແຂກ​ສໍາຄັນ ຈາກ ​ໄທ ວຽດນາມ ​ແລະ ກໍາ​ພູ​ຊາ ຈະ​ມາ​ຮ່ວມ ​ເບິ່ງ​ການ​ໄຫລ​ເຮືອ​ໄຟ ຈາກ ຂົວ ມິດຕະພາບ ລ່ອງ​ຈົນ​ ໄປ​ເຖິງ ວັດ​ໃຫຍ່ ​ໄຊ​ຍະ​ພູມ. ສໍາລັບ ວັນ​ທີ 15 ພວກ​ແຂກ​ຮັບ​ເຊີນ ​ກໍ​ຍັງ​ຈະ​ຢູ່ ​ເບິ່ງ​ການ​ຊ່ວງ​ເຮືອ ອອກ​ພັນ​ສາ.

ຕາມ​ຄວາມ​ຄິດ​ເຫັນ​ ຂອງປະຊາຊົນ ​ໃນ​ແຂວງ ສວັນນະ​ເຂດ ກໍ​ມີ​ຄວາມ​ຍິນ​ດີ ​ໃນ​ບຸນ​ອອກ​ພັນ​ສາ ທີ່ມີ​ຂື້ນ​ໃນ​ສອງ​ຟາກ​ຝັ່ງ ລາວ ​ແລະ​ ໄທ ຊຶ່ງ​ເຮັດ​ໃຫ້ ງານ​ບຸນ​ປະ​ເພນີ​ ອັນ​ດີງາມນີ້ ຈະ​ສ້າງ​ຄວາມ ຮັກ​ແພງ​ ສາມັກຄີ ຂອງ ພີ່ນ້ອງ ລາວ-​ໄທ ດັ່ງ​ປະຊາຊົນ ລາວ​ ຈາກ​ແຂວງ ສວັນນະ​ເຂດ ຜູ້​ນຶ່ງ ​ໄດ້​ເວົ້າ​ວ່າ:

“ບຸນ​ປີ​ນີ້ ​ເຫັນ​ວ່າ​ໃຫຍ່ ​ແລະ ຄຶກຄື້ນ ກວ່າ​ປີ​ໃດ໋ໆ ມ່ວນ​ຫລາຍ ສອງ​ພີ່ນ້ອງ ​ແບບ​ວ່າ ​ໄປມາ​ຫາ​ກັນ ​ແລະ ​ໃຫຍ່​ກວ່າ ປີຜ່ານມາ”

ງານ​ບຸນ​ອອກ​ພັນ​ສາ ສວັນນະ​ເຂດ-​ມຸກດາ​ຫານ ມີ​ປະ​ຈໍາ ​ທຸກໆ​ປີ ຊາວ​ລາວ ​ແລະ ຊາວ​ໄທ ຈໍານວນ​ຫລວງຫລາຍ ​ເຂົ້າ​ຮ່ວມ​ມ່ວນ​ຊື່ນ. ສໍາລັບ​ປີ​ນີ້​ ວັນ​ທີ 14 ການ​ຊ່ວງ​ເຮືອ ມື້​ສຸດ​ທ້າຍ ​ແມ່ນ​ຢູ່ ມຸກດາ​ຫານ ​ແລະ ວັນ​ທີ 15 ກໍ​ຈະ​ມີ​ຢູ່ ສວັນນະ​ເຂດ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.