ປະຊາຊົນ ສ່ວນຫລາຍ ຍັງທຸກຍາກ ຢູ່
2009.01.09
ມີຈຳນວນ ປະຊາຊົນ ທີ່ຍັງຢູ່ ໃນເຂດດ້ອຍພັດທະນາ ຫລື ປະຊາຊົນ ທີ່ຍັງມີ ຄວາມທຸກຍາກຢູ່ຫລາຍ ເຖິງແມ່ນວ່າ ຣັດຖະບານລາວ ມີໂຄງການ ພັດທະນາ ໃນດ້ານຕ່າງໆ ມາແລ້ວກໍດີ, ອີງຕາມ ຄໍາເວົ້າ ຂອງ ເຈົ້າໜ້າທີ່ ອົງການຊ່ວຍເຫລືອ ຂອງເອກກະຊົນ ແຫ່ງນຶ່ງ ຢູ່ນະຄອນ ຫລວງວຽງຈັນ ບອກໃຫ້ຮູ້ວ່າ
ຍັງມີຫລາຍ ກໍບໍ່ຄາດຄະເນໄດ້ ເພາະວ່າ ປະເທດເຮົາ ຍັງມີເມືອງ ທີ່ດ້ອຍໂອກາດ ມີ 49 ເມືອງ ເມືອງຍັງ ທຸກຍາກຂາດເຂີນ. ຍານາງວ່າ ສຳລັບປະຊາຊົນ ທີ່ມີຄວາມທຸກຍາກ ຂາດເຂີນນັ້ນ ສ່ວນຫລາຍ ແມ່ນຢູ່ທາງ ພາກເໜືອ ແລະ ທາງພາກໃຕ້ ຂອງປະເທດລາວ ຊື່ງເປັນເຂດ ທີ່ມີພູຜາ ແລະ ຍາກທີ່ຈະທຳ ການກະເສດໄດ້. ອີກທັງມີ ປະຊາຊົນ ຢັງຢາຍກັນ ຢູ່ຫລາຍມີ ຄວາມລຳບາກ ໃນການຄົມມະນາຄົມ ເພາະບໍ່ມີການພັດທະນາ ເສັ້ນທາງ ພໍເທົ່າໃດ. ພ້ອມກັນນັ້ນ ຍານາງ ຍັງເວົ້າຕື່ມ ອີກວ່າ:
“ແນ່ນອນ ຢູ່ລາວກໍມີເດັກ ທີ່ ຍັງດ້ອຍໂອກາດ ທາງດ້ານການສຶກສາ ກໍຍັງມີຫລາຍ ໂດຍສະເພາະ ໃນເຂດຊົນນະບົດ ຫ່າງໄກ ສອກຫລີກ ແຕ່ເຮົາ ກໍມີໂຄງການ ພັດທະນາ ທາງດ້ານ ການສຶກສາ ກໍຍັງບໍ່ທົ່ວເຖິງ ເພາະວ່າ ໂຄງການ ຂອງພວກເຮົາ ມັນກໍເປັນໂຄງການ ທີ່ບໍ່ໃຫຍ່ໂຕ ຈຳກັດ ຢູ່ໃນເຂດໃດເຂດນຶ່ງ ເທົ່ານັ້ນ
ສຳລັບເລື່ອງ ການຊ່ວຍເຫລືອ ເດັກນ້ອຍ ດ້ອຍໂອກາດ ແລະ ການແກ້ໄຂ ບັນຫາປະຊາຊົນ ຍັງມີຄວາມທຸກຍາກ ຫລາຍຢູ່ນັ້ນ ທີ່ຜ່ານມາ ກໍໄດ້ຮັບ ການຊ່ວຍເຫລືອຈາກ ທັງພາກຣັດ ແລະພາກເອກກະຊົນ ຈຳນວນໃດ ຈຳນວນນຶ່ງ ແຕ່ບັນຫາເລົ່ານັ້ນ ກໍຍັງບໍ່ທັນ ສາມາດ ໄດ້ຮັບການ ແກ້ໄຂ ຈົນມາຮອດ ເທົ່າທຸກວັນນີ້.