MRC ຈະຕັ້ງສະຖານີ ເຕືອນພັຍນ້ຳຖ້ວມ ຕື່ມ
2008.11.10

ດຣ. ສີຣິພົງ ອະທິບໍດີ ກົມຊັບພະຍາກອນນ້ຳຂ ອງໄທ ໄດ້ກ່າວກ່ຽວກັບ ເຣື່ອງນີ້ວ່າ:
“ເຣື່ອງນ້ຳຖ້ວມ ກອງປະຊຸມ ໄດ້ຕົກລົງ ໃຫ້ພິຈາຣະນາ ຕັ້ງສະຖານີ ແທກນ້ຳຕື່ມ ໂດຍສະເພາະ ຢູ່ທາງພາກເໜືອ ຂອງຫລວງພຣະບາງ ຂື້ນໄປເຖິງຈີນ ເພາະວ່າ ຖ້າບໍ່ມີ ສະຖານີນີ້ ການພະຍາກອນ ເຕືອນພັຍ ກໍຄົງຈະດຳເນີນໄປ ໄດ້ຍາກ.”
ນອກຈາກນັ້ນ ກອງປະຊຸມກອງເລຂາທິການ ຄະນະ ກັມມາທິການ ແມ່ນ້ຳຂອງ ຍັງໄດ້ຕົກລົງກັນ ແຕ້ມແຜນທີ່ ເຂດທີ່ມີ ຄວາມສ່ຽງ ຕໍ່ພັຍນ້ຳຖ້ວມ ແລະ ວາງແຜນ ປະຕິບັດງານ ເພື່ອຊ່ວຍເຫຼືອ ຜູ້ທີ່ໄດ້ຮັບເຄາະຮ້າຍ ດັ່ງ ດຣ. ສີຣິພົງ ໄດ້ກ່າວອີກວ່າ:
“ຫລັງຈາກ ເກີດເຫດແລ້ວ ທາງເຈົ້າໜ້າທີ່ ກໍຈະມີແຜນປະຕິບັດ ທີ່ຈະພິມອອກ ເປັນປື້ມຄູ່ມື ເພື່ອກະຕຽມຮັບສະຖານະການ ແລະ ຍົກຍ້າຍ ປະຊາຊົນ ໃຫ້ທັນການ ແລະ ປື້ມຄູ່ມື ນີ້ ຕ້ອງໃຫ້ ເຖິງປະຊາຊົນ ໃຫ້ໄວເທົ່າທີ່ ຈະໄວໄດ້.”
ເມື່ອເດືອນສິງຫາ ຫຼາຍປະເທດ ໃນເຂດອ່າງແມ່ນ້ຳຂອງ ປະສົບກັບ ພັຍນ້ຳຖ້ວມ ຢ່າງແຮງ. ຢູ່ລາວ ນ້ຳຖ້ວມ ທົ່ງນາ ຖນົນຫົນທາງ ແລະ ບ້ານເຮືອນ ທີ່ຢູ່ອາໃສ ໃນຫລາຍໆແຂວງ ເປັນເຫດໃຫ້ ມີຄົນເສັຍຊີວິດ ຢ່າງນ້ອຍສີ່ຄົນ ແລະ ຊັບສົມບັດ ທົ່ງນາເສັຍຫາຍ ຄິດໄລ່ເປັນເງິນ ເກືອບສິບລ້ານດອນລ່າສະຫະຣັຖ. ຢູ່ໄທກໍເຊັ່ນດຽວກັນ ຈົນເຖິງ ປັດຈຸບັນ ຫລາຍໆແຂວງ ໃນໄທ ກໍຍັງ ຖືກນ້ຳຖ້ວມຢູ່.
ອົງການພິພັກ ຮັກສະພາບແວດລ້ອມ ມັກຕິຕຽນ ການສ້າງເຂື່ອນ ຂອງຈີນ ທີ່ເຮັດໃຫ້ ນ້ຳຖ້ວມ ພາກລຸ່ມ. ຜ່ານມາ ທາງການຈີນ ໄດ້ຕົກລົງ ຣາຍງານ ຣະດັບນ້ຳຂອງ ໃນພາກເໜືອ ໃຫ້ພາກລຸ່ມ ຮູ້ເປັນປະຈຳ; ແຕ່ກໍຍັງບໍ່ພຽງພໍ ທາງຄະນະ ກັມມາທິການ ແມ່ນ້ຳຂອງ ຈຶ່ງຢາກໃຫ້ມີ ສະຖານແທກ ຣະດັບນ້ຳ ເປັນຂອງຕົນເອງ ເພື່ອວັດແທກ ຣະດັບນ້ຳ ໄດ້ໃນທຸກເວລາ.