ຣະເບີດ ຄ້າງສົງຄາມ ຍັງສົ່ງຜົນອັນຕຣາຍ
2008.04.15
ຊາວລາວ ໄດ້ຮັບເຄາະຮ້າຍ ຈາກຣະເບີດຕົກຄ້າງ ສມັຍສົງຄາມຢູ່ເລື້ອຍໆ; ຕົວຢ່າງ ຢູ່ແຂວງຊຽງຂວາງ ມີຄົນເສັຍຊີວິດ 3 ຄົນ ແລະ ໄດ້ຮັບບາດເຈັບ 6 ຄົນ ນັບແຕ່ຕົ້ນປີນີ້ ເປັນຕົ້ນມາ, ດັ່ງ ທ່ານ ຄຳ ທະວົງ, ຫົວໜ້າ ເກັບກູ້ ຣະເບີດ ທີ່ຍັງບໍ່ແຕກ ປະຈຳແຂວງຊຽງຂວາງ ໄດ້ກ່າວວ່າ:
“ແຕ່ເດືອນນຶ່ງມາຮອດເດືອນນີ້ ເພິ້ມຂື້ນ 8-9 ຄົນນີ້ແຫລະ ຖືວ່າຈຳນວນຜູ້ຕາຍສາມຄົນ ແລະນອກນັ້ນກໍເຈັບ ເຂົາເຈົ້າກໍໄປແບບທຳມາຫາກິນແລະກໍສິຕາມເຄີຍ ບາງເທື່ອກໍດັງໄຟ ບາງເທື່ອກໍລັກເອົາ.”
ທ່ານ ຄຳ ກ່າວອີກວ່າ ໃນຈຳນວນ ຜູ້ໄດ້ຮັບເຄາະຮ້າຍ 9 ຄົນ ນັ້ນ, ສ່ວນຫລາຍ ເປັນຊາວບ້ານຢູ່ເມືອງແປກ, ເມືອງຜາໄຊ ແລະ ເມືອງຄູນ. ສາເຫດໃຫຍ່ ກໍແມ່ນ ພວກເຂົາເຈົ້າ ໄປຊອກຫາຂຸດຄົ້ນ ເອົາເສດເຫລັກ ໄປຂາຍ ແລະ ໄປຊອກຫາຢູ່ຫາກິນ.
ນັບແຕ່ປີ
1996 ເປັນຕົ້ນມາ ແຂວງຊຽງຂວາງ ມີຄົນເສັຍຊີວິດ ປະມານ 40-50 ຄົນ ແລະ ໄດ້ຮັບບາດເຈັບ
685 ຄົນ ຍ້ອນຣະເບີດ ທີ່ຍັງບໍ່ແຕກ. ໃນຣະຍະເວລາດຽວກັນນັ້ນ,
ເຈົ້າໜ້າທີ່ລາວ ໄດ້ເກັບກູ້ຣະເບີດ ທີ່ຍັງບໍ່ແຕກ ອອກຈາກພື້ນທີ່ໄດ້ເຖິງ
2,500 ເຮັກຕາຣ໌; ໃນສະເພາະ ປີ 2008 ນີ້ ຈະເກັບກູ້ໃຫ້ໄດ້ 526 ເຮັກຕາຣ໌.
ແຂວງຊຽງຂວາງ ເປັນແຂວງນຶ່ງ ໃນລາວ ທີ່ຖືກຖິ້ມຣະເບີດໃສ່ ຫລາຍທີ່ສຸດ ໃນສມັຍສົງຄາມເມື່ອປະມານ 40 ປີກ່ອນ.