ປາບຶກ ໂຕທຳອິດ ຂອງ ປີນີ້ ຖືກມອງ ໄທ
ທ້າວ ມານິດ ລາດເສນາ, ຊາວປະມົງໄທ ຕຶກມອງ ໄດ້ປາບຶກ ໂຕທຳອິດ ຂອງປີ, ໜັກ 180 ກິໂລ.
-
ມະນີຈັນ ຣາຍງານ
2008-04-30 -
-
-
Your browser doesn’t support HTML5 audio
ການຈັບ ປາບຶກ ໃນເຂດ ບ້ານຫາດໄຄ້ ເມືອງ ຊຽງຂອງ ແຂວງ ຊຽງຮາຍ ຂອງໄທ ຊຶ່ງຕັ້ງຢູ່ ກົງກັນຂ້າມ ກັບ ເຂດ ແຂວງ ບໍ່ແກ້ວ ຂອງ ລາວ.
ຂ່າວທ້ອງຖີ່ນ ຣາຍງານວ່າ ຕັ້ງແຕ່ ລີ້ມເປີດ ອະນຸຍາດ ໃຫ້ຊາວບ້ານ ຈັບປາບຶກ ຣະຫວ່າງ ລາວ ແລະ ໄທ ທີ່ ບ້ານ ຫາດໄຄ້, ຕາມທີ່ລາວ ແລະ ໄທ ໄດ້ຕົກລົງກັນ ໄວ້ນັ້ນ, ຝ່າຍໄທ ຈັບໄດ້ ໂຕທໍາອິດ ຂອງຣະດູການ, ໂດຍ ນັກລ່າ ປາບຶກ ມານິດ ລາດເສນາ ເມື່ອ ວັນທີ 28 ເມສາ ຜ່ານມານີ້, ເປັນປາບຶກ ໂຕຜູ້ ໜັກ 180 ກິໂລ .
ຊາວບ້ານ ຈັບປາບຶກ ໄດ້ຕັ້ງ ຣາຄາຂາຍ ກິໂລລະ 700 ບາດ ເທົ່າກັບ 189,000 ກີບ.
ທາງການ ປະມົງ ຂອງໄທ ອະນຸຍາດ ໃຫ້ຊາວບ້ານ ເລີ່ມຫາ ປາບຶກໄດ້ ຕັ້ງແຕ່ວັນທີ 20 ເມສາ 2008 ໄປຮອດ ວັນທີ 25 ພຶດສະພາ ປີດຽວ ກັນນີ້. ແຕ່ຖ້າຫາກຝ່າຍໃດ ຝ່າຍນຶ່ງ ຣະຫວ່າງ ລາວ-ໄທ ຫາໄດ້ ຄົບ 2 ໂຕ ຕາມທີ່ ໄດ້ຕົກລົງກັນ ໄວ້ນັ້ນ ໃຫ້ຢຸດເຊົາທັນທີ.