ທ່ານ ນອງດືກຫມັ້ນ ເລຂາທິການພັກ ຄອມມຸນີດວຽດນາມ ໃຫ້ການຢືນຢັນວ່າ ວຽດນາມຈະສົ່ງເສີມ ຄວາມສຳພັນຖານພິເສດລະຫວ່າງລາວ ກັບວຽດນາມ ແຫນ້ນແຟ້ນຂື້ນເລືອ້ຍໆ
2008.02.21
ທ່ານ ນອງດືກຫມັ້ນ ເລຂາທິການພັກ ຄອມມຸນີດວຽດນາມ ໃຫ້ການຢືນຢັນວ່າ ວຽດນາມຈະສົ່ງເສີມ ຄວາມສຳພັນຖານພິເສດ ລະຫວ່າງ ລາວ ກັບວຽດນາມ ໃຫ້ແຫນ້ນແຟ້ນຂື້ນເລືອ້ຍໆ ໃນການຢ້ຽມຢາມວຽດນາມ ຂອງທ່ານ ດວງໃຈ ພິຈີດ ຄນະ ກົມການເມືອງສູນກາງພັກ ຮອງນາຍັກຣັຖມົນຕຣີແລະຣັຖມົນຕຣີປອ້ງກັນປະເທດ ສປປລາວ ທ່ານວ່າ ວຽດນາມຈະທຳທຸກຢ່າງ ເພືອ່ສົ່ງເສີມຄວາມສຳພັນຖານພິເສດລະຫວ່າງສອງປະເທດໃຫ້ຫມັ້ນຄົງຕໍ່ໄປ.
ນອກຈາກນັ້ນ ທ່ານ ນອງດືກຫມັ້ນຍັງໄດ້ກ່າວເຖີງການປະຕິບັດງານຂອງກະຊວງປ້ອງກັນປະເທດທັງສອງ ໃນການປົກປອ້ງອະທິປະຕັຍແລະການຮັກສາໃວ້ ຊື່ງ ຄວາມສຳພັນຖານພິເສດ ລະຫວ່າງສອງປະເທດ ໃຫ້ຍືຍຍົງຄົງຕົວ. ທ່ານໃຫ້ການຍ້ອງຍໍ ໃນຄວາມຄືບຫນ້າ ໃນການພັທນາ ສັງຄົມ ເສຖາກິດແລະການປອ້ງກັນ ຊາດຂອງ ສປປລາວ ທີ່ປະຊາຊົນລາວໄດ້ຮັບໃນຣະຍະທີ່ຜ່ານມາ. ທ່ານເຊືອ່ວ່າ ຍ້ອນຄວາມພຍາຍາມ ແລະຄວາມສາມາດ ຂອງຜູ້ນຳລາວ ປະຊາຊົນລາວຈະໄດ້ຮັບຄວາມຢູ່ດີເປັນສຸກ ໃນການສ້າງສາແລະພັທນາ ປະເທດຊາດໃຫ້ມີຄວາມມັ້ງຄັ້ງສົມບູນ ໃນອານາຄົດ. ໃນທີ່ສຸດ ທ່ານກໍ່ໄດ້ ສົ່ງຄຳອ່ວຍພອນ ໄປຫາທ່ານ ຈຸມມະລີ ໃຊຍະສອນ ປະທານປະເທດ ແລະເລຂາທິການພັກປະຊາຊົນລາວ ຕຣອດຮອດ ກຸ່ມຜູ້ນຳລາວທົ່ວໄປ ທ່ານວ່າ ທ່ານມີຄວາມພື້ງພໍໃຈ ທີ່ເຫັນຄວາມສຳພັນຖານພິເສດ ລະຫວ່າງລາວແລະວຽດນາມ ມີຄວາມຄືບຫນ້າດີ.
ສ່ວນຝ່າຍຜູ້ນຳລາວ ທ່ານ ດວງໃຈ ພິຈິດ ກໍ່ໄດ້ກ່າວຕອບວ່າ ສປປລາວຈະພຍາຍາມ ເທົ່າຄວາມສາມາດ ທີ່ຈະຍົກຣະດັບ ຄວາມສຳພັນຖານພິເສດ ລະຫວ່າງລາວ ກັບວຽດນາມ ດັ່ງທີ່ເຄີຍເປັນມາໃຫ້ຄືບຫນ້າໄປເລື້ອຍໆ ຕຮອດຮອດ ການຮ່ວມມືຮອບດ້ານຣະຫວ່າງສອງປະເທດ. ທ່ານວ່າ ດ້ວຍການຊີ້ນຳ ຂອງກຸ່ມຜູ້ນຳ ແລະ ພັກຄອມມຸນີດວຽດນາມ ຈະເຮັດໃຫ້ວຽດນາມ ກາຍເປັນປະເທດ ທີ່ເຂັ້ມແຂງ ທີ່ປະກອບໄປດ້ວຍປະຊາຊົນ ທີ່ມີຄຸນນະພາບ ແລະ ສັງຄົມທີ່ເປັນເອກພາບ ປະຊາທິປະ ຕັຍ ສເມີພາບ ແລະຄວາມຈະເຣີນຮຸ່ງເຮືອງ.
ສິດນີ້ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ພົບເຫັນມີເຊື້ອໂຣຄ ໄຂ້ຫວັດນົກ ແພ່ຣະບາດ ຄັ້ງໃໝ່ອີກຕື່ມແຫ່ງໜື່ງ ໃນແຂວງຫລວງນ້ຳທາ ຫວ່າງມໍ່ໆມານີ້
- ທາງກາຣແຂວງ ຜົ້ງສາລີ ຈະຈັດພິທີບວຊປ່າ ພູຟ້າ ໃນຕົ້ນເດືອນ ເມສາ ນີ້ເພື່ອເປັນກາຣອະນຸຮັກ ແລະຟື້ນຟູປ່າໄມ້ ໄວ້ໃຫ້ເປັນບ່ອນຢູ່ອາສັຍ ຂອງສັຕປ່ານາໆພັນ
- ເຈົ້າໜ້າທີ່ ສູນປິ່ນປົວ ຜູ້ຕິດຢາເສພຕິດ ແຂວງສວັນນະເຂຕ ວ່າພວກທີ່ເຂົ້າມາຮັບ ກາຣບຳບັຕ ມັກຈະລັກໜີອອກຈາກ ສູນກ່ອນກຳໜົດ
- ສູນຄົ້ນຄວ້າ ກາຣລ້ຽງສັຕ ໂດຽກາຣຮ່ວມມື ຈາກທາງກາຣ ກ່ຽວຂ້ອງອິນເດັຽ ເຣັ່ງກາຣພັທນາ ດ້ານຜສົມພັນທຽມ ໂດຽເອົາແບ້ ມາໃຊ້ທົດລອງ
- ເຖີງແມ່ນທາງກາຣລາວ ໄດ້ອະທິບາຍ ແຕ່ປະຊາຊົນລາວ ບາງກ່ມຍັງມີ ຄວາມວິຕົກ ກັງວົນນຳເຣື່ອງ ທີ່ທາງຣັຖບາລລາວ ອະນຸຍາດ ໃຫ້ຊາວຈີນ ເຂົ້າມາຢ່ລາວຫລາຍຂື້ນ
- ລາວ ແລະວຽດນາມ ຕົກລົງກັນ ຈະປັກຫລັກ ເຂດໝາຍຊາຍແດນ ລະຫ່ວາງກັນ
- ແຂວງໄຊຍະບູຣີ ກຳລັງກວດກາ ການໄຊ້ສານເຄມີ ທີ່ບໍ່ຖືກຕ້ອງ ຂອງປະຊາຊົນ ທີ່ໄຊ້ສານເຄມີ ເຂົ້າໃນວຽກງານ ປູກຝັງຕ່າງໆ
- ທາງການລາວ ຈະຈັດຣະດັບໂຮງແຮມ ແລະບ້ານພັກ ທຸກແຫ່ງໃນເຂດນະຄອນຫລວງວຽງຈັນ ເພື່ອໃຫ້ໄດ້ມາຕຖານ ຕາມຫລັກເກນຂອງສາກົນ
- ແຂວງ ຈໍາປາສັກ ຈັດກອງປະຊຸມ ເພື່ອເວົ້າກັນເຖິງ ຄວາມຄືບໜ້າ ໃນການທີ່ທາງແຂວງ ຈະເປັນເຈົ້າພາບ ຈັດການແຂ່ງຂັນ ກິລາແຫ່ງຊາດ ຄັ້ງທີ 8ຂຶ້ນ ໃນທ້າຍປີ 2008ນີ້
- ການລັກລອບຂົນສົ່ງກ້ວຍໄມ້ປ່າ ຍັງມີຢ່າງຕໍ່ເນື່ອງຈາກທາງພາກໄຕ້ ຂອງລາວ