ແຂວງຫລວງພະບາງ ຈະຈຳກັດ ຊາວຕ່າງປະເທດ ໃນການຊື້ດິນ ແລະເຮືອນຢູ່ໃນ ເມືອງມໍຣະດົກໂລກ


2008.01.17

ປັດຈຸບັນ ປະກົດວ່າ ຊາວຕ່າງປະເທດ ໄດ້ພາກັນຊື້ທີ່ດິນ ແລະເຮືອນ ຢູ່ໃນກາງ ເມືອງນະຄອນຫລວງພະບາງ ຫລາຍຂື້ນ ແລ້ວລົງທຶນສ້າງ ຫລືດັດແປງ ເປັນສະຖານ ທີ່ເຮັດທຸຣະກິດ ບໍຣິການນັກທ່ອງທ່ຽວ ເຊັ່ນຮ້ານອາຫານ ເຮືອນພັກຫລືໂຮງແຮມ.

ແຕ່ທາງການ ນະຄອນຫລວງພະບາງ ພັດຢາກປົກປັກຮັກສາ ເມືອງມໍຣະດົກໂລກ ໃຫ້ຢູ່ໃນສະພາບເດີມ ບໍ່ຢາກໃຫ້ ມີການປ່ຽນແປງຫລາຍ ດັ່ງ ດຣ. ຄຳແພງ ໄຊສົມແພງ ຮອງເຈົ້າແຂວງ ແຂວງ ຫລວງພະບາງໄດ້ກ່າວວ່າ:

(ສຽງ) "ຕ່າງປະເທດມາຊື້ເຮືອນຊື້ຊານ ຫັນປ່ຽນເປັນຮູບອື່ນ ຫລາຍດຽວນີ້ ເຮັາກໍພະຍາຍາມ ຈຳກັດ ສຳຣັບເຮືອນເກົ່າ ບໍ່ໃຫ້ຂາຍ ຖ້າມີຊາວຕ່າງປະເທດ ຫລາຍເກີນໄປ ມັນຈະເຮັດໃຫ້ ວິຖີດຳຣົງຊີວິດ ຂອງຊາວຫລວງພະບາງ ປ່ຽນໄປ. "

ດຣ. ຄຳແພງ ກ່າວອີກວ່າ ທາງການນະຄອນຫລວງພະບາງ ຈະບໍ່ສນັບສນູນ ໃຫ້ຊາວບ້ານຂາຍທີ່ດິນ ຫລືເຮືອນຊານ ຂອງພວກເຂົາເຈົ້າ; ແຕ່ຖ້າຈະໃຫ້ຊາວຕ່າງປະເທດ ເຊົ່ານັ້ນ ເຊົ່າໄດ້ ແຕ່ຕ້ອງບໍ່ໃຫ້ດັດແປງ ຫລາຍເກີນໄປ ດັ່ງ ດຣ. ຄຳແພງ ໄດ້ຊີ້ອີກວ່າ:

(ສຽງ) "ຈະໃຫ້ກີດກັ້ນ ເຮົາກໍຈະບໍ່ກີດກັ້ນ ເພາະວ່າມັນກໍມີການສົ່ງເສີມ ການລົງທຶນທັງພາຍໃນ ແລະຕ່າງປະເທດຢູ່ ແຕ່ວ່າ ເຮົາຈະເຮັດແນວໃດ ຜູ້ລົງທຶນ ຕ້ອງຮັກສາເອກກະລັກ ຂອງຫລວງພະບາງ ໂດຍສະເພາະ ແມ່ນວັດວາອາຣາມ ຫລືວິຖີຊີວິດ ແບບຍືນຍົງ."

ໃນຂະນະນີ້ ທາງການ ແຂວງຫລວງພະບາງ ກຳລັງວາງແຜນ ຈະພັທນາ ເມືອງ ຈອມເພັດ ຊຶ່ງຢູ່ຕົງກັນຂ້າມ ກັບ ນະຄອນຫລວງພະບາງ ໃຫ້ເປັນເມືອງ ທີ່ທັນສມັຍ ໃຫ້ເປັນສູງການຄ້າ ແລະການເຮັດທຸຣະກິດ ການງານຕ່າງໆ. ຊາວຕ່າງປະເທດ ຫລື ຊາວລາວ ທີ່ຢາກລົງທຶນ ເຮັດທຸຣະກິດຫຍັງກໍໄດ້ ຢູ່ໃນເຂດເມືອງໃໝ່ດັ່ງກ່າວ.

ອາວະຣີ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.