ຜູ້ຕາງໜ້າຈາກ 5 ປະເທດ ເຂຕລຸ່ມແມ່ນ້ຳຂອງຕອນເທີງ ຮ່ວມປະຊຸມ ເພື່ອຄວບຄຸມ ໂຣຄປາກເປື່ອຽລົງເລັບ


2008.01.24

FootMouthDisease2.jpg
ພາບ ແຜ່ນທີ່ ຂອງ 5 ປະເທດ ລຸ່ມ ແມ່ນ້ຳຂອງ ທີ່ໄດ້ຈັດ ກອງປະຊຸມ ເພື່ອ ຫາວິທີ ປ້ອງກັນ ແລະ ກຳຈັດ ພະຍາດ ໂຣຄ ປາກເປື່ອຽລົງເລັບ. Photo by RFA

ໜັງສືພີມຜູ້ຈັດກາຣຣາຍວັນໄທຽ ສະບັບວັນທີ່ 23 ມົກຣານີ້ແຈ້ງວ່າ: ເຈົ້າໜ້າທີ່ ທາງກາຣສັຕວະແພທ ຈາກ 5 ປະເທດ ເຂຕລຸ່ມແມ່ນ້ຳຂອງຕອນເທີງ ອັນໄດ້ແກ່: ສປຈີນ ລາວ ໄທຽ ພະມ້າ ແລະວຽດນາມ ໄດ້ຮ່ວມປະຊຸມກັນ ຢູ່ທີ່ແຂວງຊຽງຮາຍ ໃນມື້ວັນພຸດນີ້ ເພື່ອພິຈາຣະນາ ຫາວິທີທາງຄວບຄຸມ ແລະຈັດສ້າງ ເຂຕປອດໂຣຄປາກເປື່ອຽລົງເລັບ ໃນອະນຸພູມີພາຄ ແລະກໍຖືເປັນກາຣປະຊຸມຮ່ວມກັນ ເປັນຄັ້ງທີ່ 7.

ເປົ້າໝາຍ ຂອງກາຣປະຊຸມ ກໍເພື່ອຈັດເອົາເຂຕໃດເຂຕໜື່ງ ເປັນເຂຕປອດເຊື້ອໂຣຄ ເພື່ອເປັນຕົວຢ່າງ ໂດຽຈະຕ້ອງໄດ້ປະຕິບັຕ ຕາມມາຕກາຣຢ່າງເຂັ້ມງວດເຊັ່ນ: ໃຫ້ມີກາຣສີດຢາວັກຊີນ ໃຫ້ສັຕລ້ຽງ ເພື່ອເປັນກາຣປ້ອງກັນ ບໍ່ໃຫ້ມີເຊື້ອໂຣຄປາກເປື່ອຽລົງເລັບ ແພ່ຂຍາຍອອກໄປ ຫາຝຸງສັຕໃນເຂຕອື່ນໆ ຕລອດຮອດ ໃຫ້ມີການຫ້າມກາຣເຄື່ອນ ຍ້າຍສັຕໂດຽສະເພາະ ຈຳພວກງົວ ແລະຄວາຍ ແລະນອກຈາກນັ້ນ ກໍໃຫ້ມີກາຣ ເຝົ້າຣະວັງ ຢ່າງເຄັ່ງຄັດ ພ້ອມທັງ ໃຫ້ມີກາຣຣາຍງານ ແລະແລກປ່ຽນຂໍ້ມູລເປັນກາຣ ປະຊາສັມພັນ ໃນກຸ່ມປະເທດ ສະມາຊິກ ເຂຕລຸ່ມແມ່ນ້ຳຂອງດ້ວຍກັນ.

ເຖີງຢ່າງໃດກໍຕາມ ທາງເຈົ້າໜ້າທີ່ໆເຂົ້າຮ່ວມ ກອງປະຊຸມຝ່າຍໄທຽ ໄດ້ຮັບເປັນເຈົ້າພາບ ໂດຽໄດ້ສເນີ ເອົາແຂວງນ່ານ ໃຫ້ເປັນເຂຕມີກາຣຄວບຄຸມ ພ້ອມກັບແຂວງອື່ນໆ ທີ່ມີຊາຍແດນຕິດກັບປະເທດລາວ ເຊັ່ນ: ພິສນຸໂລກ ອຸຕຣາດິດ ແຂວງເລີຽ ໜອງຄາຍ ໃຫ້ເປັນເຂຕ ຕໍ່ລອງຫລືເຂຕຜ່ອນຄາຍ ອັນທີ່ຮູ້ກັນດີວ່າເປັນເຂຕ: Buffer Zone ແລ້ວໃຫ້ນຳເອົາສັຕລ້ຽງ ໄປສັກຢາວັກຊີນ ກັນເຊື້ອໂຣຄປາກເປື່ອຽລົງເລັບໃຫ້ໝົດ ໃນທ້າຍເດືອນມົກຣານີ້.

ຫວາດ ສີມູນຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.