ຂ. ສາຣະວັນ ຈຳກັດ ຖາງໄຮ່, ສຸກຍູ້ ປູກພືດ ທົດແທນ
2008.06.03
ຜແນກ ກະສິກັມ ແລະ ປ່າໄມ້ ແຂວງ ສາຣະວັນ ພວມ ດໍາເນີນ ໂຄງການ ຫລຸດຜ່ອນ ພື້ນທີ່ ຖາງໄຮ່ ພາຍໃນແຂວງ, ຊຶ່ງ ສ່ວນຫລາຍ ຍັງຢູ່ ໃນ ເຂດ ຊົນນະບົດ ແລະ ພູດອຍ, ໂດຍອາສັຍ ການຫັນປ່ຽນ ພື້ນທີ່ ເສຖກິດ ທົດແທນ ໃຫ້ແກ່ ຊາວບ້ານ ກຸ່ມ ເປົ້າໝາຍ ເປັນ ສໍາຄັນ, ອີງຕາມ ການເປີດເຜີຍ ຂອງ ທ່ານ ຄໍາໄພ ຄໍາພິຣາ, ເຈົ້າໜ້າທີ່ ຜແນກ ດັ່ງກ່າວ.
“ກ່ຽວກັບ ການຖາງປ່າ ເຮັດໄຮ່ ປີກາຍ ປີ 2007, ມີ 1,900 ເຮັກຕາ, ແຜນການ ປີນີ້ ພວກເຮົາ ໃຫ້ເຫລືອ ແຕ່ພຽງ 1,000 ເຮັກຕາຣ, ຂະເຈົ້າ ຖາງໄຮ່ ນີ້ ໄຮ່ ໝູນວຽນ, ປ່າ ໝູນວຽນ, ພວກເຮົາ ຫັນໄປໃສ່ ການປູກພືດ ເປັນສິນຄ້າ 3 ໂຕເມືອງ ຕຸ້ມລານ, ຕະໂອຍ, ສະໝວຍ.”
ແຂວງ ສາຣະວັນ ຈະ ຫລຸດພື້ນທີ່ ຖາງໄຮ່ ໂດຍ ການນໍາພາ ຂອງ ປະຊາຊົນ, ຊຶ່ງ ສ່ວນຫລາຍ ເປັນຊາວຊົນເຜົ່າ, ແລະ ໃຫ້ ປູກພິກໄທ, ຢາງບົງ ແລະ ອື່ນໆ ເປັນ ສິນຄ້າ. ເພາະວ່າ ການຖາງປ່າ ຂອງຂະເຈົ້າ ນັ້ນ ສະເລັ່ຍ ແລ້ວ ຈະ ໄດ້ເຂົ້າ ພຽງແຕ່ 1.8 ຕັນ ຕໍ່ເຮັກຕາ ເທົ່ານັ້ນ, ຊຶ່ງ ບໍ່ຄຸ້ມຄ່າ ເລີຍ ເມື່ອ ທຽບ ກັບ ບັນຫາ ສະພາບແວດລ້ອມ ທີ່ ຕາມມາ, ໂດຍສະເພາະ ສະພາບ ປ່າໄມ້ ທີ່ ຊຸດໂຊມ ລົງ.
ທ່ານ ຄໍາໄພ ກ່າວເຖິງ ການລົງຊ່ອຍເຫລືອ ຊາວບ້ານ ໃນ ວຽກງານ ນີ້ ເພີ້ມຕື່ມ ວ່າ:
“ຈາກນັ້ນ ກໍ ຫັນໄປ ບຸກເບີກ ນາ. ມັນມີ ໂຄງການ ນຶ່ງ ຂອງ UNDP ຂະເຈົ້າ ຮຽກ ເຂົ້າແລກງານ. ຂະເຈົ້າ ເອົາເຂົ້າ ໃຫ້ ແລະ ກໍ ໃຫ້ ບຸກເບີກ ນາ ທີ່ວ່າ ມັນ ຮາບພຽງ ມັນມີ ຫລາຍ ໂຄງການ. ຫລຸດຜ່ອນ ຄວາມທຸກຈົນ ກໍ ຫັນໄປ ໃສ່ ເມືອງ ດັ່ງກ່າວ ນັ້ນ.”
ຢ່າງໃດ ກໍດີ, ຍ້ອນ ແຂວງ ສາຣະວັນ ເປັນ ແຂວງ ທີ່ ທຸກຈົນ ແຂວງ ນຶ່ງ, ດັ່ງນັ້ນ, ທາງ ແຂວງ ຈຶ່ງ ຈໍາເປັນ ຕ້ອງ ອະນຸໂລມ ໃຫ້ ຊາວບ້ານ ທີ່ ບໍ່ທັນມີ ເງື່ອນໄຂ ເວລາ ນີ້ ສາມາດ ຖາງເຮັດໄຮ່ ແບບໝູນວຽນ ໃນ ເຂດ ປ່າເລົາ ທີ່ ບໍ່ມີ ຄຸນຄ່າ ພໍປານໃດ, ເພື່ອ ກຸ້ມຕົນເອງ ສະເພາະໜ້າ ໄດ້. ແຕ່ ທາງການ ແຂວງ ຈະ ຫ້າມ ບໍ່ໃຫ້ ຊາວບ້ານ ເຂົ້າໄປ ຖາງປ່າ ໃນ ເຂດ ປ່າຜລິດ ຫລື ປ່າ ຕົ້ນນໍ້າ ຢ່າງ ເດັດຂາດ ເພື່ອ ເຮັດໃຫ້ ສະພາບ ແວດລ້ອມ ໃນ ແຂວງ ນີ້ ໄດ້ຮັບ ການຟື້ນຟູ ແລະ ອະນຸຮັກ ສືບຕໍ່ໄປ.
ຄຳສັບ ຊອກຫາຂໍ້ມູນ: ກະສິກັມ agriculture