ພະຍຸ ຮາຈູພິດ ທໍາລາຍບ້ານເຮືອນ ແລະ ໄຮ່ນາ
2008.09.30
ຈາກອິທິພົນ ຂອງລົມພະຍຸ ຮາຈູປີດ ທີ່ພັດເຂົ້າມາ ໃນເຂດພາກເຫນືອ ຂອງລາວ ໃນຣະຫວ່າງ ວັນທີ 25-26 ກັນຍາ ເຮັດໃຫ້ ບ້ານເຮືອນ ຂອງປະຊາຊົນ ໃນເຂດສອງແຂວງ ດັ່ງກ່າວ ໄດ້ຮັບຜົນກະທົບ ຢ່າງຫນັກ.
ເຈົ້າຫນ້າທີ່ ປະຈຳສູນກາງຄຸ້ມຄອງ ພັຍພີບັດ ແຫ່ງຊາດ ທີ່ນະຄອນຫລວງວຽງຈັນ ເວົ້າວ່າ:
“ຂໍູ້ມນ ເສັຽຫາຍ ກໍ່ຫລາຍ ພໍສົມຄວນ ມີແຂວງອຸດົມໄຊ ກັບແຂວງ ຜົ້ງສາລີ ມັນເປັນ ນ້ຳປ່າໄຫລແຮງ ແຕ່ວ່າ ແຂວງອື່ນໆ ພວກເຮົາ ຍັງລໍຖ້າ ການລາຍງານ ຂອງແຂວງຢູ່.”
ຜົນກະທົບ ທີ່ 2 ແຂວງ ດັ່ງກ່າວ ໄດ້ຮັບ ກໍ່ແມ່ນວ່າ ທີ່ແຂວງອຸດົມໄຊ ກວມເຖີງ 80 ຫມູ່ບ້ານ ໂດຍສະເພາະ ທີ່ເຂດເມືອງໄຊ ພື້ນທີ່ ໄຮ່ນາກວ່າ 700 ເຮັກຕາເສັຽຫາຍ ຊາວບ້ານກວ່າ 10 ພັນຄົນ ໄດ້ຮັບຄວາມເດືອດຮ້ອນ, ຍັງມີລາຍງານ ກ່ຽວກັບ ຄົນເສັຽຊີວີດ ນຳອີກ ແຕ່ເທົ່າເຖີງ ປັດຈຸບັນ ຍັງບໍ່ຮູ້ ແນ່ນອນວ່າ ມີຄົນເສັຽຊີວີດ ຈັກຄົນ ຂ່າວບາງກະແສ ບອກວ່າມີ 2 ຄົນ.
ສ່ວນ ທີ່ແຂວງ ຜົ້ງສາລີນັ້ນ ເຖີງແມ່ນວ່າ ຍັງບໍ່ທັນໄດ້ຮັບ ຂໍ້ມູນ ທີ່ແນ່ນອນ ກໍ່ສາມາດ ບອກໄດ້ວ່າ ທີ່ເມືອງຂວາ ເມືອງບຸ່ນເຫນືອ ແລະ ເມືອງບຸ່ນໃຕ້ ກໍ່ມີລາຍງານ ກ່ຽວກັບ ຄວາມເສັຽຫາຍ ຈາກເຫດລົມພະຍຸຫລາຍ ພໍສົມຄວນ ບ້ານເຮືອນ ປະຊາຊົນ ຫລາຍຫລັງ ຖືກເພພັງ ຖນົນຫລາຍສາຍຖືກ ຕັດຂາດ ຍ້ອນຝົນຕົກຫນັກ ມີນ້ຳປ່າ ໄຫລແຮງ. ເຖີງຢ່າງໃດກໍ່ຕາມ ປັດຈຸບັນ ທາງສູນກາງ ກຳລັງໃຫ້ການຊ່ອຍເຫລືອແກ່ ພວກຂະເຈົ້າ ດັ່ງ ອາຫານການກີນ ນ້ຳດື່ມ ທີ່ສະອາດ ຢາປົວພຍາດ ແລະ ເຄື່ອງນຸ່ງຫົ່ມ ຕຣອດຮອດ ຈັດສັນ ທີ່ຢູ່ອາສັຍ ແກ່ພວກຂະຈົ້າ.