ເນື່ອງໃນໂອກາດປີໃໝ່ສາກົນນີ້ ຊາວລາວຫລາຍຄົນ ກໍຕັ້ງຄວາມຫວັງ ວ່າຢາກໃຫ້ ຣັຖະບານແກ້ໄຂ ບັນຫາ ເສຖະກິດ


2008.01.03

ເນື່ອງໃນໂອກາດປີໃໝ່ສາກົນນີ້ ຊາວລາວຫລາຍຄົນ ກໍຕັ້ງຄວາມຫວັງ ວ່າຢາກໃຫ້ຣັຖະບານ ແກ້ໄຂ ບັນຫາເສຖະກິດ ເພື່ອປັບປຸງ ຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂື້ນ.

ໃນປັດຈຸບັນນີ້ ປະຊາຊົນລາວ ມີຄວາມເຫັນວ່າ ການເຕີບໃຫ່ຽຂອງ ເສຖະກິດລາວດີຂື້ນ ໃນສະເພາະພາບລວມເທົ່ານັ້ນ, ເຂົາເຈົ້າວ່າ ຕາມຄວາມຈິງ ແລ້ວເຂດຊົນະບົດ ຍັງບໍ່ທັນໄດ້ຮັບການພັດທະນາ ພໍເທົ່າໃດ. ທ່ານ ດວງຈະເຣີນ ປະຊາຊົນລາວ ໃນແຂວງບໍ່ແກ້ວ ໄດ້ອອກຄວາມເຫັນ ສ່ວນຕົວກ່ຽວກັບ ຜົນສຳເຣັດ ຂອງການເຕີບໃຫ່ຽ ຂອງເສຖະກິດລາວວ່າ:

(ສຽງ) "ຕົວນີ້ມັນກໍດີ ດີຂື້ນໂດຍພາບລວມ ແຕ່ວ່າ ພາບສະເພາະ ກໍບໍ່ທັນປານໃດ ກໍດີຢູ່ແຕ່ກໍບໍ່ຖືວ່າ ດີແທ້ ຕາມເຂດພູດອຍ ກໍບໍ່ທັນທົ່ວເຖິງ."

ແຜນການພັດທະນາ ເສຖະກິດຫ້າປີ ຂອງລາວ ສົກປີ 2006-2010 ໄດ້ຕັ້ງເປົ້າໝາຍໄວ້ວ່າ ຈະໃຫ້ເສຖະກິດລາວ ຂະຫຍາຍຕົວ ແລະເຕີບໃຫ່ຽ ໃນອັຕຣາ ສະເລັ່ຽ 7.2% ໃນແຕ່ລະປີ. ເມື່ອມໍ່ໆມານີ້ ລາຍງານ ຂອງທາງການລາວວ່າ ເສຖະກິດຂອງລາວ ໃນປີ 2007 ນີ້ເຕີບໃຫ່ຽຂື້ນ 7.6% ຊຶ່ງຖືວ່າດີກ່ວາປີ 2006 ນ້ອຍດຽວເທົ່ານັ້ນ, ແລະວ່າລາຍໄດ້ສະເລັ່ຽ ຂອງປະຊາຊົນ ເພີ້ມຂື້ນເປັນ 678 ໂດລາສະຫະຣັຖ ຕໍ່ຄົນຕໍ່ປີ. ຖ້າທຽບໃສ່ປີ 2006 ຜ່ານມາລາຍໄດ້ສະເລັ່ຽ ຂອງປະຊາຊົນລາວ ເພີ້ມຂື້ນ 53%. ໃນຄວາມເປັນຈິງແລ້ວ ຜູ້ທີ່ມີລາຍໄດ້ດີ ແດ່ນັ້ນ ໂດຍມາກແມ່ນປະຊາຊົນ ທີ່ອາໃສຢູ່ໃນຕົວເມືອງ, ພໍ່ຄ້າຊາວຂາຍ ແລະນັກທຸຣະກິດ ແລະເຈົ້າໜ້າທີ່ ຂັ້ນສູງຂອງຣັຖ.

(ສຽງ) "ກໍສ່ວນມາກ ມັນກໍບ່ອນທີ່ມີການລົງທຶນ ແລ້ວ ກໍບັນດາແຂວງ ທີ່ບໍ່ແມ່ນພູດອຍ ປານໃດ ກໍດີໂດຍພາບລວມ."

ຄວາມເຂົ້າໃຈ ຂອງປະຊາຊົນ ຕໍ່ການພັດທະນາ ເສຖະກິດ ຂອງລາວ ມີຄວາມຕິດແທດ ກັບສະພາບຕົວຈິງ ຫລາຍກ່ວາ ຈະເບິ່ງບັນຫາ ແບບລວມໆ. ລາຍງານຂອງທະນາຄານໂລກ ກໍວ່າເຖິງແມ່ນວ່າ ເສຖະກິດຂອງລາວ ຈະ ເຕີບໃຫ່ຽ ຢູ່ໃນອັຕຣາທີ່ສູງກໍດີ ແຕ່ກໍຍັງມີປະຊາຊົນ ທີ່ມີລາຍໄດ້ຕໍ່າກ່ວາ ນຶ່ງໂດລາ ສະຫະຣັຖ ຕໍ່ວັນຕໍ່ຄົນ ເຖິງ 34% ຂອງປະຊາກອນທັງໝົດ.

ໃນຂະນະດຽວກັນ ເຖິງແມ່ນວ່າ ຊີວິດການເປັນຢູ່ ຂອງປະຊາຊົນລາວ ບໍ່ທັນຖືກປັບປຸງ ໃຫ້ທົ່ວເຖິງກັນ ໃນທຸກໆຂອບເຂດ ຂອງ ປະເທດກໍດີ, ແຕ່ວ່າ ການພັດທະນາ ໂຄງຮ່າງພື້ນຖານ ເສຖະກິດຂອງລາວ ປະມານສິບປີ ມານີ້ໄດ້ສ້າງຄວາມຫວັງ ໃນລະດັບນຶ່ງ ໃຫ້ແກ່ປະຊາຊົນລາວ ເຊັ່ນກັນ.

ສົມເນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.