ເນື່ອງໃນໂອກາດວັນປີໃໝ່ນີ້ ປະຊາຊົນລາວ ບາງຄົນກໍມີຄວາມຫວັງ ຢາກໃຫ້ຣັຖະບານ ແກ້ໄຂບັນຫາ ເສຖະກິດ
2008.01.01
ເນື່ອງໃນໂອກາດ ວັນປີໃໝ່ນີ້ ປະຊາຊົນລາວ ບາງຄົນກໍມີຄວາມຫວັງ ຢາກໃຫ້ ຣັຖະບານ ແກ້ໄຂບັນຫາເສຖະກິດ ແລະຢາກໃຫ້ຣັຖະບານ ຖາມຄວາມເຫັນ ຂອງປະຊາຊົນແດ່ ກ່ອນຈະເຮັດຫຍັງລົງໄປກໍດີ ຕາມທີ່ທ່ານ ບຸນເສີມ ປະຊາຊົນ ຊາວແຂວງຄຳມ່ວນ ທີ່ຕັ້ງຄວາມຫັວງ ຜ່ານວິທະຍຸເອເຊັຽເສຣີ ໃນວັນປີໃໝ່ປີ 2008 ວັນທຳອິດວ່າ:
(ສຽງ) "ກໍໃຫ້ຊີວິດການເປັນຢູ່ດີຂື້ນ ໃຫ້ຄ່າຄອງຊີບ ບໍ່ໃຫ້ມັນສູງຂື້ນ ແລະເວລາຣັຖະບານ ຈະທຳ ຫຍັງລົງໄປ ກໍຢາກໃຫ້ ມີໂພນຢັ່ງສຽງເນາະ ເມືອງລາວ ບໍ່ມີການທຳໂພນຢັ່ງສຽງ ມັນກໍຍາກ ຣັຖະບານ ຢາກເຮັດຫຍັງໄປ ໂດຍພາລະການ ບໍ່ສົນໃຈຄວາມຄິດຄວາມເຫັນ ຂອງປະຊາຊົນ."
ໃນຄໍ່າຄືນຂອງວັນທີ 31 ເດືອນທັນວາ ຊຶ່ງເປັນວັນສຸດທ້າຍ ຂອງປີເກົ່າປີ 2007, ຢູ່ໃນປະເທດລາວ ກໍມີການສະຫລອງ ປີໃໝ່ສາກົນ ຢ່າງຄຶກຄື້ນ ເຊັ່ນກັນ ທັງໃນ ຕົວເມືອງ ແລະໃນເຂດຊົນະບົດ ໂດຍການຈັດງານ ສະຫລອງຫລາຍຮູບແບບ ຫລືວ່ານັ່ງຊຸມແຊວກັນ ຢູ່ໃນຄອບຄົວ.
(ສຽງ) "ກໍຢູ່ບ້ານກັບເມັຽກັບລູກ ພາລູກພາເມັຽ ສະຫລອງປີໃໝ່ ນັບຄາວດາວຢູ່ທີ່ບ້ານ ເບິ່ງໂທຣະທັດ ກໍຫາອາຫານອະຣ່ອຍ ມາທານກັນ ກໍມີຄວາມສຸກ ຢູ່ກັບຄອບຄົວ."
ທ່ານ ບຸນເສີມວ່າ ໃນຄໍ່າຄືນ ຂອງວັນສະຫລອງ ເພື່ອຮັບຕ້ອນປີໃໝ່, ເຈົ້າໜ້າທີ່ ຮັກສາຄວາມປອດໄພ ໄດ້ວາງກຳລັງຕຳຣວດ ຢ່າງໜາແໜ້ນ ໃນຫລາຍ ພື້ນທີ່. ມີການຫ້າມຈູດ ບັງກະໂພກ ຫ້າມຂັບຣົຖ ໃນເວລາກິນເຫລົ້າເມົາ ເພື່ອປ້ອງກັນ ບໍ່ໃຫ້ອຸປະຕິເຫດ ເກີດຂື້ນ.
ສົມເນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ປະຊາຊົນລາວ ຈາກເຂດ ນະຄອນຫລວງວຽງຈັນ ພາກັນຫລັ່ງໃຫລ ໄປທ່ຽວ ໃນແຂວງໜອງຄາຍ ເນື່ອງໃນວັນສະຫລອງ ປີໃໝ່ສາກົນປີ 2008
- ນ່ວຍໂທຣະສັບມືຖື ຈາກປະເທດຈີນ ທີ່ມີຂາຍ ໃນທ້ອງຕະລາດ ເຮັດໃຫ້ຊາວລາວ ໃນຕົວເມືອງ ແລະໃນເຂດຊົນະບົດ ສາມາດ ມີໂທຣະສັບໄຊ້
- ນັກທ່ອງທ່ຽວ ຊາວໄທຽ ນັບເປັນໝື່ນຄົນ ເຂົ້າມາສົ່ງທ້າຍ ປີເກົ່າ-ຕ້ອນຮັບປີໃໝ່ສາກົລ 2008 ຢູ່ປະເທດລາວ
- ສປປລາວ ມີໂຄງກາຣ ທີ່ຈະຂາຍພລັງງານ ໃຫ້ແກ່ທາງກາຣ ກັມພູຊາ
- ຣັຖມົນຕຣີກະຊວງກາຣຄັງ ສປປລາວ ຍອມຮັບວ່າ ກາຣຈັດເກັບຣາຍຮັບ ບໍ່ໄດ້ຕາມເປົ້າໝາຍ ເພາະຍັງມີກາຣຮົ່ວໄຫລ ຢຸ່ຕລອດມາ
- ເສັ້ນທາງຫລັກຕ່າງໆ ໃນບາງພື້ນທີ່ ພາຄເໜືອຂອງລາວ ຍັງບໍ່ມີຄວາມປອດພັຍ
- ຂົວມິຕະພາບ ລາວ-ໄທ ແຫ່ງທີສອງ ລະຫ່ວາງ ສວັນະເຂດ ກັບມຸກດາຫານ ຄັບຄັ້ງໄປດ້ວຍ ປະຊາຊົນ ສອງຝັ່ງທ່ອງທ່ຽວ ແລະຢ້ຽມຊົມງານ ເທສະການປີໃໝ່
- ເນື່ອງຈາກການສະຫລອງ ປີໄໝ່ສາກົນ ທາງການ ນະຄອນຫລວງ ວຽງຈັນ ອານຸຍາດ ໃຫ້ບັນດາຮ້ານກິນດື່ມຕ່າງໆ ເປີດໄປຈົນຮອດ ບ່າຍນຶ່ງໂມງ ຂອງວັນທີ່ 1 ເດືອນ ມົກະຣາ ປີ 2008
- ສປປລາວ, ວຽດນາມ ແລະ ປະເທດໄທ ໄດ້ລົງນາມ ເອກະສານ ບັນທຶກ ຄວາມເຂົ້າໃຈກັນ ເພື່ອສົ່ງເສີມ ການແລກປ່ຽນ ດ້ານການຄ້າ
- ເດັກນ້ອຍ ທີ່ໃດ້ຮັບຜົນສະທ້ອນ ຈາກການຫຍຽບຣະເບີດ ທີ່ຍັງບໍ່ແຕກ ໃດ້ຮັບການຟື້ນຟ ູທາງຈິຕໃຈ