ຕຳຣວດ ແລະ ພາສີ ແຂວງ ຊຽງຂວາງ ຍຶດ ໄມ້ເຖື່ອນ ຈະເຂົ້າ ວຽດນາມ ໄດ້ 11 ຄັນລົດ

ຍັງມີ ການລັກລອບ ສົ່ງໄມ້ ອອກ ຕ່າງປະເທດ ຢູ່ ຍ້ອນ ຂາດ ຄວາມເຂັ້ມງວດ ຂອງ ເຈົ້າໜ້າທີ່
ໂພໄຊສວັດ ຣາຍງານ
2008.06.03

ຫ້ອງການ ພາສີ ແຂວງ ຊຽງຂວາງ ລາຍງານ ວ່າ ເມື່ອ ທ້າຍເດືອນ ເມສາ ທີ່ ຜ່ານມາ ໄດ້ມີ ການລັກລອບ ສົ່ງໄມ້ ອອກໄປ ວຽດນາມ ເປັນ ຈຳນວນ ຫຼາຍ ໂດຍຜ່ານ ເສັ້ນທາງ ຈ່າໝື່ນ, ປ່າລັນ, ທ່າດໍ ແຂວງ ຊຽງຂວາງ ເຂົ້າໄປຫາຊາຍແດນ ວຽດນາມ.

ເຈົ້າໜ້າທີ່ ໄດ້ ທຳການ ສະກັດກັ້ນ ຈັບກຸມ ຍຶດ ຂະບວນ ຣົດບັນທຸກ ໄມ້ ຈຳນວນ 11 ຄັນ. ໄມ້ເຖື່ອນ ທີ່ ຖືກຍຶດໄດ້ໃນ ຄັ້ງນີ້ ມີ ໄມ້ເນື້ອແຂງ ເຊັ່ນ: ໄມ້ກະບໍ້ ໃນຮົດ ຈຳນວນ 5 ຄັນ ແລະ ໄມ້ດູ່ ໃນຣົດ ຈຳນວນ 6 ຄັນ. ມີ ປະລິມານທັງໝົດ 95,319 m3, ມີ ມູນຄ່າ ທັງໝົດ US$ 205,000.-. ພົບວ່າ ໄມ້ ທັງໝົດ ນີ້ ເປັນ ຂອງ ທ້າວ ຫງຽນດັ່ງດຽນ ນັກທຸຣະກິດ ວຽດນາມ ຊຶ່ງເປັນ ເຈົ້າຂອງ ໂຮງງານ ປຸງແຕ່ງໄມ້ ທີ່ ວຽດນາມ ແລະ ນັກທຸຣະກິດ ລາວ ຜູ້ນຶ່ງ.

ເຈົ້າໜ້າທີ່ ພາສີ ແຂວງ ຊຽງຂວາງ ໄດ້ ໃຫ້ ຂໍ້ສັງເກດ ວ່າ ເຂດ ດັ່ງກ່າວ ເປັນ ຈຸດ ສຳຄັນ ໃນ ການລັກລອບ ສົ່ງໄມ້ອອກ ຍ້ອນ ເປັນ ເຂດ ຫ່າງໄກ ສອກຫຼີກ, ມີ ສະພາບ ເສັ້ນທາງ ທີ່ ທຸລະກັນດານ ແລະ ຂາດ ການຕິດຕາມ ຂອງເຈົ້າໜ້າທີ່.

ເຈົ້າໜ້າທີ່ ຍັງ ໄດ້ ຢັ້ງຢືນ ອີກວ່າ:

“ໃນ ລະຍະ ຜ່ານມາ ກໍ ໄດ້ມີ ການລັກລອບ ສົ່ງ ໄມ້ ອອກໄປ ວຽດນາມ ໃນ ເຂດນີ້ ມາແລ້ວ ຫຼາຍໆ ເທື່ອ. ຮູ້ໄດ້ຈາກ ເອກກະສານ ແຈ້ງ ເບື້ອງ ດ່ານ ວຽດນາມ ທີ່ ຜ່ານມາ ວ່າ: ມີໄມ້ ຈາກ ລາວ ເຂົ້າສູ່ ວຽດນາມ ຫຼາຍພັນ ແມັດກ້ອນ ເຊັ່ນ ເມື່ອ ວັນທີ 18 ເມສາ ຜ່ານມາ ໄດ້ ລະບຸ ໄວ້ວ່າ ໄດ້ມີ ໄມ້ ນຳເຂົ້າ ມາຈາກ ລາວ ຫຼາຍກວ່າ 615 m3 ພັນແມັດກ້ອນ.”

ແຕ່ ໃນ ຄະດີ ດັ່ງກ່າວ, ຫາງສຽງ ສັງຄົມ ໄດ້ ຊີ້ ບອກວ່າ ຖ້າ ຢາກ ສະກັດກັ້ນ ການລັກລອບ ຕັດໄມ້ ແລະ ສົ່ງ ໄມ້ອອກ ຢ່າງ ຜິດກົດໝາຍ ເຈົ້າໜ້າທີ່ ກ່ຽວຂ້ອງ ຕ້ອງມີ ມາດຕະການ ທີ່ ເຂັ້ມງວດ ຕໍ່ ຜູ້ກະທຳຜິດ ຊຶ່ງ ບໍ່ພຽງແຕ່ ຈະຖືກ ປັບໃໝ ແລະ ຖືກຍຶດ ສິນຄ້າ ແລ້ວ ກໍປ່ອຍໄປ ໂດຍ ບໍ່ມີ ການລົງໂທດ ຢ່າງໃດ. ຖ້າ ເຮັດແບບນີ້ ສະພາບ ຫຍໍ້ທໍ້ ດັ່ງກ່າວ ນັ້ນ ອາດ ແກ່ຍາວ ອອກໄປ ແລະ ບໍ່ຮູ້ວ່າ ເວລາໃດ ຈຶ່ງ ຈະໝົດຊິ້ນ.

ຄຳສັບ ຊອກຫາຂໍ້ມູນ: ສິນຄ້າເຖື່ອນ illigalgoods

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Apr 07, 2013 05:50 PM

ຍ້ອນ​ຜູ້​ປະ​ຕິ​ບັດ ​ລະ​ບຽບ​ກົດ​ໝາຍ ​ຍັງ​ບໍ່​ສາ​ມາດ ​ປະ​ຕິ​ບັດ​ ໄດ້​ຕາມ​ກົດ​ໝາຍ ​ທີ່​ລະ​ບຸ​ໄວ້ ​ຢ່າງ​ເຂັ້ງມງວດ


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]