ຂ. ອຸດົມໄຊ, ໂຄງການ ປູກ ຢາງພາຣາ, ຢາງພາລວຍ, ຢາງພາລຸບ
2008.05.29
ໂຄງການ ປູກ ຢາງພາຣາ ຖືເປັນ ໂຄງການ ສຳຄັນ ທີ່ ທາງການລາວ ພວມສົ່ງເສີມ ຢ່າງກວ້າງຂວາງ ຢູ່ ໃນ ທົ່ວປະເທດ ເວລານີ້, ເພາະຄິດວ່າ ມັນ ຈະຊ່ວຍ ສ້າງລາຍໄດ້ ແລະແກ້ໄຂ ຄວາມທຸກຍາກ ແບບຍາວນານ ໄດ້ ເປັນຢ່າງດີ. ແຕ່ ສຳລັບ ແຂວງ ອູດົມໄຊ ຊຶ່ງໄດ້ມອບ ໃຫ້ ເອກະຊົນ ຕ່າງຊາດ ສຳປະທານ ທີ່ດິນ ປູກຢາງ ພາຣາ ໄປແລ້ວ ຫລາຍກວ່າ 40,000 ເຮັກຕາ ນັ້ນ, ອາດ ປະເຊີນ ກັບ ບັນຫາ ທາງສັງຄົມ ຫລາຍຢ່າງ ຕາມມາ ຫາກບໍ່ມີ ການກະກຽມ ມາດຕະການ ຮັບມື ໄວ້ ຢ່າງຄັກແນ່.
ທ່ານ ຫຸມແພງ ສຸດຖິວົງ ຫົວໜ້າ ຜະແນກ ແຜນການ ແລະ ການລົງທຶນ ແຂວງ ອູດົມໄຊເວົ້າວ່າ:
“ດຽວນີ້ ອະນຸມັດ ຮອດ 40,000 ກວ່າ ເຮັກຕາ; ແຕ່ວ່າ ເຮົາ ແນວນີ້ ອີ່ຫລີ ແຮງງານ ທີ່ ມີຢູ່ ອູດົມໄຊ ເຮົານີ້ ອາດຈະ ບໍ່ພຽງພໍ ຖ້າ ແຮງງານ ເຮົາບໍ່ພໍ ແນ່ນອນວ່າ ແຮງງານ ປະເທດ ໄກ້ຄຽງ ຈະຕ້ອງ ເຂົ້າມາ ຢ່າງ ຫລວງຫລາຍ. 2 ພືດ ເສດຖະກິດ ແບບນີ້ ມັນ ບໍ່ແມ່ນ ມູນເຊື້ອ ຂອງ ຄົນລາວ. ເທັກນິກ ເຮົາ ກໍບໍ່ ທັນມີ. ສະນັ້ນ, ພວກເຮົາ ກໍຍັງ ຄິດວ່າ ຈະເຮັດ ສຸດຂັ້ນ ສຸດຂີດ ແນວໃດ.“
ທ່ານ ກ່າວ ຕໍ່ໄປ ອີກວ່າ ຫາກ ການປູກຢາງ ພາຣາ ຢູ່ ແຂວງ ອູດົມໄຊ ຄືບໜ້າ ເຖິງ 40,000 ເຮັກຕາ ຕາມ ທີ່ ໄດ້ ມອບ ບູຣິມະສິດ ໃຫ້ ເອກະຊົນ ຕ່າງຊາດ 10 ຣາຍ ນີ້, ມີຄວາມເປັນໄປໄດ້ ສູງ ທີ່ ຈະມີ ແຮງງານ ຈີນ ແລະ ວຽດນາມ ຫລັ່ງໄຫລ ເຂົ້າມາ ໃນ ແຂວງ ເພິ່ມຂື້ນ ຊຶ່ງ ນັບເປັນ ບັນຫາ ສັງຄົມ ແນວນຶ່ງ
ນອກຈາກນີ້ ທາງແຂວງ ກໍຢ້ານວ່າ ໂຄງການ ນີ້ ອາດຈະ ມີ ແຕ່ ເອກະຊົນ ຕ່າງຊາດ ເທົ່ານັ້ນ ໄດ້ຮັບ ຜົນປະໂຫຍດ ເພາະ ຊາວບ້ານ ໃນ ທ້ອງຖິ່ນ ທີ່ ບໍ່ທັນມີ ຄວາມຊິນເຄີຍນັ້ນ ອາດຈະ ບໍ່ສົນໃຈ ປະກອບສ່ວນ ເຂົ້າຮ່ວມ ໂຄງການ ນີ້ ພໍເທົ່າໃດ ແລະ ເອກະຊົນບາງລາຍ ທີ່ ໃຫ້ ສັນຍາ ວ່າ ຈະ ຊ່ວຍເຫລືອ ຊາວບ້ານ ທີ່ ມາຮັບຈ້າງ ເປັນ ກຳມະກອນ ໃນ ເລື່ອງ ເຂົ້າກິນ ແລະ ອາຊີບ ທົດແທນ ໄລຍະສັ້ນ ນັ້ນ, ກໍ ບໍ່ ປະຕິບັດ ຕາມສັນຍາ. ດັ່ງນັ້ນ, ຊາວບ້ານ ອາດ ຕົກຢູ່ ໃນ ສະພາບ ອຶດຢາກ, ກ່ອນ ທີ່ ໄມ້ ອຸດສະຫະກຳ ນັ້ນ ຈະໃຫ້ ຜົນຜະລິດ ໃນ ຫລາຍ ປີ ຂ້າງໜ້າ.
ແຕ່ ເຖິງຢ່າງໃດ ກໍດີ, ເນື້ອທີ່ດິນ ບາງເຂດ ບາງຕອນ ທີ່ ທາງ ແຂວງ ມອບໃຫ້ ເອກະຊົນຕ່າງປະເທດ ສຳປະທານ ນັ້ນ, ໄປກວມເອົາ ທີ່ດິນ ຂອງ ປະຊາຊົນ ແລະ ພື້ນທີ່ອະນຸຣັກ ຂອງ ແຂວງ, ເຮັດໃຫ້ ການຂະຫຍາຍ ເນື້ອທີ່ ປູກ ຢາງພາຣາ ຄືບໜ້າ ໄປ ໄດ້ພຽງ 10,000 ກວ່າ ເຮັກຕາ ເທົ່ານັ້ນ, ຊຶ່ງ ທາງແຂວງ ກຳລັງ ພິຈາຣະນາ ຫາທາງ ແກ້ໄຂ ຢ່າງຮີບດ່ວນ ຢູ່.
ຄຳສັບ ຊອກຫາຂໍ້ມູນ: ປູກຝັງ plantation