ພນັກງານຂາດວິນັຍ ງົບປະມານຮົ່ວໃຫຼ

ອົງການກວດສອບ ແຫ່ງຣັຖ ເຫັນວ່າ ການຄຸ້ມຄອງ ງົບປະມານ ແຫ່ງຣັຖ ຍັງບໍ່ມີ ປະສິທິຜົລ ເນື່ອງຈາກ ພນັກງານ ຂາດວິນັຍ.
ມະນີຈັນ
2010.06.25

ທີ່ຜ່ານມາ ວຽກງານການຄຸ້ມຄອງ ງົບປະມານແຫ່ງຣັຖ ບໍ່ມີປະສິດທິຜົລ ເທົ່າທີ່ຄວນ ຊຶ່ງສະແດງໃຫ້ເຫັນ ໃນຣາຍຈ່າຍ ງົບປະມານ ແຫ່ງຣັຖ ເປັນຕົ້ນຣາຍຈ່າຍ ເຂົ້າ ໃນການລົງທຶນ ກໍ່ສ້າງພື້ນຖານ ໂຄງລ່າງ ທີ່ບໍ່ຄົບຖ້ວນ ແລະບໍ່ໃຫ້ຄວາມ ຮ່ວມມື ໃນການໃຫ້ຂໍ້ມູນ ໂດຍຕັ້ງໃຈທີ່ ຈະປິດບັງຂໍ້ມູນ ຊຶ່ງພນັກງານ ຈໍານວນນຶ່ງ ໄດ້ກະທໍາ ຜິດຕໍ່ອົງການ ກວດສອບແຫ່ງຣັຖ. ທ່ານບົວສີ ລໍວັນໄຊ ປະທານອົງການ ກວດສອບແຫ່ງຣັຖ ໄດ້ກ່າວຕໍ່ກອງປະຊຸມ ສະພາແຫ່ງຊາດ ສມັຍສາມັນ ຄັ້ງທີ 9 ຂອງ ສະພາແຫ່ງຊາດ ຊຸດທີ 6 ວ່າ:

"ຜ່ານການກວດສອບ ບົດສລຸບການ ຈັດຕັ້ງ ປະຕິບັດແຜນ ງົບປະມານ ພວກຂ້າພະເຈົ້າ ເຫັນບາງບັນຫາ ທີ່ຕ້ອງໄດ້ ເອົາໃຈໃສ່ ແກ້ໄຂ ສະຕິວິນັຍ ການເງິນ ຫລືເວົ້າແນວນຶ່ງ ສະຕິເຄົາຣົບ ຣະບຽບກົດໝາຍ ຂອງຄນະນໍາ ແລະພນັກງານ ວິຊາການ ຈໍານວນນຶ່ງ ຢູ່ກະຊວງ ຫລືຢູ່ບາງແຂວງ ບໍ່ທັນສູງ".

ທ່ານ ບົວສີ ຊີ້ແຈງຕໍ່ໄປວ່າ ການຂາດວິນັຍ ທາງການເງິນ ຂອງພນັກງານ ເຫລົ່ານັ້ນ ສະແດງໃຫ້ເຫັນວ່າ ເວລາເກັບຣາຍຮັບ ໄດ້ແລ້ວ ບໍ່ມີການ ນໍາເຂົ້າງົບປະມານ ຊໍ້າຍັງເອົາເງິນ ຣາຍຮັບ ໄປຈ່າຍນອກແຜນ ສ້າງໂຄງການນອກແຜນ ເງິນວິຊາການ ເກັບໄດ້ ກໍບໍ່ນໍາເຂົ້າ ງົບປະມານ ຫາກນໍາໄປໃຊ້ ໂດຍບໍ່ໄດ້ຮັບ ອະນຸຍາດຈາກ ຂັ້ນເທິງ ທີ່ກ່ຽວຂ້ອງ. ພາຫະນະທີ່ ນໍາມາໃຊ້ໃນ ໂຄງການຊ່ວຍເຫລືອ ຫລືໂຄງການກູ້ຢືມ ທາງອົງການ ກວດສອບ ແຫ່ງຣັຖເຫັນວ່າ ມີການນໍາໃຊ້ ບໍ່ຖືກເປົ້າໝາຍ ຫລືນໍາໄປແບ່ງ ປັນກັນ ຢູ່ໃນກະຊວງ ຫລືແຂວງ ໂດຍບໍ່ໄດ້ຮັບ ອະນຸຍາດຈາກ ກະຊວງການເງິນ. ສ່ວນການຣາຍງານ ທາງດ້ານຂໍ້ມູນ ເອກກະສານ ພນັກງານ ຈໍານວນນຶ່ງ ບໍ່ໃຫ້ການຮ່ວມມື ຕາມຣະບຽບ ກົດໝາຍ ທີ່ວາງໄວ້ ຊຶ່ງເຮັດໃຫ້ມີ ຊ່ອງວ່າງ ແລະເກີດຄວາມສັບສົນ ໃນການກວດສອບ:

"ການຮ່ວມໄມ້ ຮ່ວມມືຣະຫວ່າງ ຄນະກວດສອບ ແລະ ຄນະປະສານງານ ຂອງເປົ້າໝາຍ ທີ່ກວດສອບ ຫລືເວົ້າແນວນຶ່ງ ບໍ່ຢາກເອົາຂໍ້ມູນ ເອກກະສານຕ່າງໆ ໃຫ້ຄນະກວດສອບ ພວກເຮົາ".

ໃນຕອນທ້າຍ ດຣ. ບົວສີ ໄດ້ສເນີໃຫ້ ກອງປະຊຸມ ສະພາແຫ່ງຊາດ ຄັ້ງນີ້ ຄົ້ນຄວ້າແລະແກ້ໄຂ ບັນຫາທີ່ກ່າວ ໄປແລ້ວນັ້ນ ເພື່ອເຮັດໃຫ້ ທຸກພາກສ່ວນສາມາດ ປະຕິບັດ ໜ້າທີ່ຂອງຕົນໄດ້ ຢ່າງມີ ປະສິດທິພາບ ກວ່າເກົ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.