ຊົນເຜົ່າ ເຊກອງ ຍັງ ກິນເຜືອກ ກິນມັນ ຄູ່ກັບ ເຂົ້າ
2008.05.14
ປະຊາຊົນ ຊາວເຜົ່າ ລາວເທິງ ທີ່ທຸກຈົນ ທີ່ ແຂວງເຊກອງ ຍັງພາກັນ ກິນເຝືອກ ກິນມັນ ແທນເຂົ້າ ໃນບາງມື້ ເພາະເປັນ ປະເພນີ ອັນດັ່ງເດີມ ຂອງ ພວກຂະເຈົ້າແລະ ກໍ່ເປັນ ການດີ ໃນແຜນການ ຕ້ານຄວາມອືດຢາກ ຈາກ ຝ່າຍຣັຖບານ. ທາງການແຂວງ ກໍ່ພຍາຍາມ ຂົນຂວາຍ ໃຫ້ມີ ແຫຼ່ງປູກເຜືອກ ປູກມັນ ໃຫ້ຫລາຍຂຶ້ນ ເພາະຈະເປັນ ອາຫານເສີມ ຂອງຊາວເຜົ່າ ໃນແຂວງ ໃນຍາມອຶດຢາກ, ດັ່ງທ່ານ ໜູພອນ ເຂັມມາລັຍ, ຫົວໜ້າ ພແນກ ການລົງທຶນ ພາຍໃນແຂວງ ໄດ້ອະທິບາຍກ່ຽວກັບ ເຣື້ອງນີ້ວ່າ:
”ເພາະວ່າ ໃນໂຄງການ ປະກອບ ອາຫານເຂົ້າ, ໂດຍສເພາະ, ທາດແປ້ງ ເຂົາຈະມີເຂົ້າແດ່ ມັນແດ່. ພວກຊົນເຜົ່າ ບໍ່ແມ່ນ ມີເຂົ້າ ລ້າໆ. ທັມມະຊາດ ຢູ່ແຖວນັ້ນ ມັນ ບັງຄັບ ວ່າ ຈະກິນເຂົ້າ ລ້າໆ ບໍ່ໄດ້. ດັ່ງນັ້ນ, ໝົດເຂົ້າແລ້ວ ເຂົາຈະກິນມັນ”
ທ່ານ ວ່າ ທຸກມື້ນີ້ ຊົນເຜົ່າ ທີ່ ເມືອງກາລຶມ, ເມືອງດັກຈຶງ ຍັງກິນເຜືອກ, ກິນມັນປະສົມ ກັບອາຫານ ໃນແຕ່ລະມື້ຢູ່. ໃນຊ່ວງ ເວລາ ທີ່ບໍ່ມີ ເຂົ້າກິນ, ພວກເຂົາ ກໍ ໄດ້ກີນ ເຜືອກ, ກິນມັນ ແທນ, ເພາະຂະເຈົ້າ ບໍ່ມີເງິນ ພຽງພໍ ທີ່ຈະມາ ຊື້ເຂົ້າ ແລະ ການປູກເຂົ້າ ຂອງ ພວກຂະເຈົ້າ ສ່ວນໃຫຍ່ ກໍແມ່ນ ເຂົ້າໄຮ່ ແລະ ກໍ ບໍ່ໄດ້ຜົລ ເທົ່າທີ່ຄວນ ໃນແຕ່ລະປີ. ການກິນເຜືອກ, ກິນມັນ ກໍ່ເປັນ ປະເພນີ ຂອງ ພວກ ຂະເຈົ້າ ມາແຕ່ດົນແລ້ວ. ທ່ານ ກ່າວ ກ່ຽວກັບ ການເຮັດໄຮ່ ເພື່ອປູກເຂົ້າ ຂອງ ພວກຂະເຈົ້າ ໃນແຕ່ລະປີວ່າ:
”ເດືອນມີນາ ເມສາ ນີ້ ທັມມະດາ ມັນຕ້ອງແດດ ແລະ ເປັນ ຣະຍະ ທີ່ ປະຊາຊົນຖາງປ່າ ເຮັດໄຮ່. ດຽວນີ້ ເຂົາຖາງແລ້ວ, ຝົນຕົກໃສ່, ເຮັດໃຫ້ ບໍ່ສາມາດ ຈູດໄຮ່ແລະ ບໍ່ໄດ້ປູກເຂົາ. ຈະໄດ້ ອຶດເຂົ້າແລ້ວ ບາດນີ້. ຄັນເສັຽປ່າ ແຕ່ຍັງ ໄດ້ກິນເຂົ້າ ກໍ່ຍັງໄຄແດ່”
ເມືອງກະລຶມ ແລະ ເມືອງດັກຈຶງ ມີ ປະຊາຊົນ ຮ່ວມກັນ ທັງໝົດ ປະມານ 29,000 ຄົນ,ລາຍໄດ້ ໂດຍສເຣັ່ຽ ບໍ່ຮອດ US$ 1.- ຕໍ່ມື້. ເຖິງແມ່ນວ່າ ຣັຖບານ ຈະມີແຜນການ ທ້ອນໂຮມ ບ້ານນ້ອຍ ໃຫ້ເຂົ້າກັບ ບ້ານໃຫຍ່ ເພື່ອຄວາມສດວກ ໃນການພັທນາ ກໍ່ຕາມ, ແຕ່ ແຜນການ ດັ່ງກ່າວ ກໍ່ຍັງ ບໍ່ມີ ຄວາມຄືບໜ້າ ຫຼາຍປານໃດ ເພາະຂາດ ທຶນຮອນ ໃນ ການປະຕິບັດ ໂຄງການ ໃນເຂດຕ່າງໆ ຂອງ ປະເທດ.
EKW: ຊົນເຜົ່າ