ບໍຣິສັດປູກຢາງສົນໃຈ ຕັ້ງໂຮງງານປຸງແຕ່ງຢາງ

ບໍຣິສັດ ປູກຢາງພາຣາ ໃນແຂວງ ຜົ້ງສາລີ ຢາກຕັ້ງ ໂຮງງານ ປຸງແຕ່ງຢາງ.
ສົມເນ
2010.09.21

ສອງບໍຣິສັດໃຫ່ຽ ປູກຢາງພາຣາ ໃນແຂວງ ຜົ້ງສາລີ ຢາກຕັ້ງໂຮງງານ ປຸງແຕ່ງຢາງ ຖ້າຫາກວ່າ ສາມາດ ຂະຫຍາຍເນື້ອທີ່ ການປູກຕົ້ນຢາງ ໄດ້ເຖິງ 7,000 ເຮັກຕາ,
ແຕ່ທາງແຂວງ ເຫັນວ່າຍັງ ບໍ່ສົມຄວນເທື່ອ ເພາະທາງແຂວງ ກໍຂາດແຮງງານ ຢູ່ແລ້ວ ຕາມການເປີດເຜີຽ ຂອງເຈົ້າໜ້າທີ່ ຜແນກ ກະສິກັມ ແລະປ່າໄມ້ ປະຈໍາແຂວງ

"ບໍຣິສັດໃຫ່ຽ ຈົງພຽນກັບ ຊີຊູຍ ຂະເຈົ້າ ກໍສະເໜີວ່າ ຄັນຖ້າວ່າ ເນື້ອທີ່ຂອງເຂົາເຈົ້າ ຮອກລະດັບ 7,000 ha ເຂົາເຈົ້າກໍຢາກ ຕັ້ງໂຮງງານ. ດຽວນີ້ກໍໄດ້ ເນື້ອທີ່ 4,000 ກ່ວາເຮັກຕາ ແຕ່ວ່າ ຜົນຜລິດຈະໄດ້ ຫລາຍສໍ່າໃດ ກໍບໍ່ທັນຮູ້ເທື່ອ ໃດ໊ ດຽວນີ້".

ປັດຈຸບັນ ໃນທົ່ວ ແຂວງຜົ້ງສາລີ ມີເນື້ອທີ່ ປູກຢາງພາຣາ ປະມານ 14,100 ha ໂຄງການປູກ ຕົ້ນຢາງພາຣາ ນີ້ ສ່ວນຫລາຍແມ່ນ ແບບ 2+3 ຄືວ່າ ເນື້ອທີ່ດິນ ແລະແຮງງານ ແມ່ນຂອງ ປະຊາຊົນ, ສ່ວນການລົງທືນ ດ້ານເງິນ ວິຊາການ ເທັກໂນໂລຈີ ການປູກຝັງ ຕະລາດ ຮັບຊື້ຜົນຜລິດ ເປັນຄວາມ ຣັບຜິດຊອບ ຂອງຝ່າຍ ບໍຣິສັດ. ມາຮອດ ປັດຈຸບັນນີ້ ບໍຣິສັດໃຫ່ຽ 2 ບໍຣິສັດ ຕ້ອງການຂະຫຍາຍ ໂຄງການໃຫ້ ກວ້າງອອກ ແຕ່ວ່າ ທາງການ ແຂວງຜົ້ງສາລີ ບໍ່ເຫັນຄວນ ໃຫ້ຂະຫຍາຍ ເນື່ອງຈາກວ່າ ເນື້ອທີ່ທີ່ ມີຢູ່ນີ້ ກໍຖືວ່າກວ້າງ ພໍສົມຄວນແລ້ວ ແລະ ອີກປະການນື່ງ ກໍຂາດແຮງງານ ສໍາລັບເບິ່ງແຍງ ຮັກສາ.

ດັ່ງນັ້ນ ທາງບໍຣິສັດວ່າ ການຕັ້ງໂຮງງານ ປຸງແຕ່ງຢາງ ນີ້ ພວກຕົນຕ້ອງ ອີງໃສ່ຄວາມ ສາມາດ ໃນການຜລິດຢາງ ຈາກເນື້ອທີ່ ທີ່ມີຢູ່ໃນ ປັດຈຸບັນວ່າ ພາຍໃນ 2-3 ປີ ຂ້າງໜ້ານີ້ ຈະສາມາດໃຫ້ ຜົນຜລິດ ຫລາຍປານໃດ. ໃນລະຍະນີ້ ແຂວງຜົ້ງສາລີ ກໍສາມາດ ສົ່ງຢາງພາຣາ ດິບ ອອກໄປຂາຍ ໃນປະເທດຈີນ ຈໍານວນນື່ງແລ້ວ ຫລັງຈາກການ ປູກຢາງພາຣາ ໃນແຂວງ ໄດ້ເລີ້ມຂື້ນ ຕັ້ງແຕ່ປີ 2005 ເປັນຕົ້ນມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.