ສປປລ ເກັບພາສີຕາດິນ ບໍ່ໄດ້ຕາມຄາດໝາຍ

ລາຍຮັບຈາກການ ເກັບພາສີຕາດິນ ສົກປີ 2008-09 ບໍ່ໄດ້ຕາມ ຄວາມຄາດໝາຍຍ້ອນ ເຈົ້າຂອງຊັພສິນ ບໍ່ລາຍງານ ຜືນທີ່ດິນຂອງຕົນ ຢ່າງຖືກຕ້ອງ.
ໂພໄຊສວັດ
2009.10.15

ລາຍຮັບຈາກການ ເກັບພາສີຕາດິນ ສົກປີ 2008-2009 ບໍ່ໄດ້ຕາມຄວາມ ຄາດໝາຍ ທີ່ສະພາແຫ່ງຊາດ ໄດ້ຕັ້ງໄວ້ ຍ້ອນວ່າເຈົ້າຂອງດິນ ແຈ້ງພື້ນທີ່ດິນ ບໍ່ຖືກຕ້ອງຕາມ ຄວາມເປັນຈິງ. ຕາມປົກກະຕິ ແລ້ວ ການເກັບພາສີ ຕາດິນ ແມ່ນຂື້ນຢູ່ກັບ ການແຈ້ງຂອງຜູ້ ທີ່ໃຊ້ທີ່ດິນ ຫລືຜູ້ທີ່ມີ ກັມມະສິດ ໃນທີ່ດິນ ແຕ່ສ່ວນຫລາຍ ຈະແຈ້ງໜ້ອຍກວ່າ ຈຳນວນ ທີ່ມີຢູ່. ດັ່ງທ່ານ ຄຳອ້ວນ ບຸຜາ ຣັຖມົນຕຣີ ປະຈຳສຳນັກ ງານນາຍົກ ຣັຖມົນຕຣີ ປະທານອົງການ ຄຸ້ມຄອງທີ່ດິນ ແຫ່ງຊາດ ໄດ້ຍົກໂຕຢ່າງວ່າ:

"ມີບາງຄົນແຈ້ງ ມັນບໍ່ຖືກ ສົມມຸດວ່າ ເພິ່ນມີດິນ ເຮັກຕານຶ່ງ ເພິ່ນໄປແຈ້ງບໍ່ ຣອດເຮັກຕາ ເພິ່ນມີດິນ 5ຕອນ ໄປແຈ້ງຕອນດຽວ ສະນັ້ນບ່ອນນີ້ ຈຶ່ງເຮັດໃຫ້ ການເກັບລາຍຮັບ ຈາກທີ່ດິນນັ້ນ ມັນບໍ່ໄດ້ຕາມແຜນ ຜ່ານມາ."

ທ່ານໄດ້ ອະທິບາຍ ຕໍ່ວ່າ ໃນປັດຈຸບັນນີ້ ການເກັບ ພາສີຕາດິນ ແມ່ນໄດ້ຖືເອົາ ຂໍ້ມູນໂຕຈິງ ໂດຍມີການ ກວດກາໃໝ່ອີກ ເພື່ອໃຫ້ ເຈົ້າຂອງທີ່ດິນ ຜູ້ໃຊ້ດິນຫລື ຜູ້ມີກັມມະສິດ ໃນດິນ ຈ່າຍຄ່າຕາດິນ ໃຫ້ຖືກຕ້ອງຕາມ ຈຳນວນທີ່ແທ້ຈິງ ດັ່ງທ່ານ ຄຳອ້ວນ ໄດ້ເວົ້າອີກວ່າ:

"ການເກັບລາຍຮັບ ນີ້ຕ້ອງມີການ ກວດກາໂຕຈິງ ດິນມີພື້ນທີ່ ທໍ່ໃດ? ປະເພດໃດແທ້ ແລະໃຫ້ເພິ່ນ ປະຕິບັດ ຕາມສິດທິ ແລະພັນທະ ທີ່ມີຕໍ່ບັນຫາ ການໃຊ້ດິນນັ້ນ ແລະກໍມີມະຕິ ເພື່ອຈະແກ້ໄຂ ບັນຫາຕ່າງໆ ເຮັດແນວໃດໃຫ້ ມັນຕົກໄປ."

ທ່ານກ່າວ ໃນຕອນທ້າຍວ່າ ຍ້ອນວ່າຜູ້ທີ່ ໃຊ້ທີ່ດິນຫລື ຜູ້ທີ່ມີກັມມະສິດ ໃນທີ່ດິນ ບໍ່ແຈ້ງພື້ນທີ່ດິນ ໃຫ້ຖືກຕ້ອງຈຶ່ງ ເຮັດໃຫ້ການເກັບ ພາສີຕາດິນ ສົກປີ 2008 ຫາ 2009 ບໍ່ຖືກຕ້ອງຕາມ ໂຕເລກທີ່ ສະພາແຫ່ງຊາດ ໄດ້ລະບຸໄວ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.