ແຂວງ ອັຕປື ຂາດງົບປະມານ ໃນໂຄງການພທັນາເພືອ່ລຸດຜ່ອນ
2009.01.12
ແຂວງອັຕປື ເປັນນື່ງ ໃນຈຳນວນແຂວງ ທີ່ທຸກຈົນ ໃນລາວ ຊື່ງໃນປັດຈຸບັນ ທາງການແຂວງ ກໍ່ປະເຊີນກັບບັນຫາ ການຂາດງົປະມານ ເພືອ່ຈະໄຊ້ ໃນໂຄງການພທັນາ ລຸດຜ່ອນສພາບ ຄວາມທຸກຈົນ ຂອງປະຊາຊົນພາຍໃນແຂວງ ຈື່ງເຮັດໃຫ້ ແຜນການດັ່ງກ່າວ ບໍ່ໄດ້ຜົລເທົ່າທີ່ຄວນ. ດັ່ງທ່ານ ສີສັວນ ຈັນທະໄພບູນ ຫົວຫນ້າພແນກການ ລົງທືນທີ່ແຂວງອັຕປື ເວົ້າວ່າ
ຄວາມທຸກຍາກກໍ່ຍັງ ບໍ່ຄອ່ຍລຸດຫລາຍ ດຽວນີ້ມັນມີປະມານ 3 ພັນກວ່າຄອບຄົວຍັງທຸກຍາກ ຫລາຍ ຂາດເຂີນທືນຮອນທີ່ ຈະນຳມາພັທນາແດ່ ຣະດັບການຜລິດພາຍ ໃນມັນກໍ່ບໍ່ສູງ ຄວາມທຸກຍາກມັນກໍ່ຍັງມີຢູ່.
ທ່ານວ່າ ທາງການແຂວງ ຂາດທືນຮອນໃນ ການພັທານາ ທີ່ຈະຊ່ອຍເຫລືອ ປະຊາຊົນ ຮ່ວມດ້ວຍຜລົຜລີດທາງ ດ້ານກະສີກຳຕົກຕ່ຳ ຈື່ງເຮັດໃຫ້ປະຊາຊົນຫລາຍຄອບຄົວ ຍັງຕົກຢູ່ໃນສພາບ ຄວາມທຸກຈົນ ມີຊີວີດການເປັນຢູ່ຕ່ຳກວ່າຣະດັບທີ່ທາງ ການກຳນົດໃຫ້ ເຊັ່ນ ບາງຄອບຄົວ ຍັງບໍ່ມີເຮືອນຢູ່ແບບຖາວອນ ບໍ່ມີເຂົ້າກຸ່ມກີນຕຣອດປີ ແລະບໍມີເງີນສະສົມ ສຳລັບໄວ້ປີ່ນປົວໃນຍາມເຈັບໄຂ້ຫລືສົ່ງລູກໄປໂຮງຮຽນ.
ທ່ານສີສວັນ ໃຫ້ການເພີ້ມອີກວ່າ ຕາມຕົວເລກທີ່ ເປັນທາງການ ຍັງມີປະຊາຊົນທີ່ທຸກຈົນໃນ ແຂວງອັຕປືຢູ່ປະມານ 3 ພັນ 5 ຮອ້ຍຄອບຄົວ ໃນຈຳນວນ 20 ພັນຄອບຄົວ ໃນເວລານີ້ ແຕ່ຕົວເລກທີ່ແທ້ ຈີງອາດຫລາຍກວ່ານັ້ນ ເພາະຕາມເຂດຂົນນະບົດ ຍັງມີປະຊາຊົນ ທຸກຈົນຫລາຍຢູ່. ໃນປີ 2009 ທາງການແຂວງ ຈະພຍາຍາມ ຊຸກຍູ້ໃຫ້ປະຊາຊົນ ມີຖານະດີຂື້ນ ດ້ວຍການສ້າງລາຍ ໄດ້ຈາກ ທຸຣະກີດການທ່ອງທ່ຽວ ການໃຫ້ສຳປະທານທີ່ດີນ ໃນໂຄງການຕ່າງໆ ດັ່ງການ ປູກຕົ້ນໄມ້ອຸສາຫາກຳ ການໃຫ້ສຳປະທານ ໃນການສ້າງເຂືອ່ນ ໄຟຟ້າແລະການຂຸດຄົ້ນແຮ່ທາດຕ່າງໆ.