ສປປລາວ ປະກາດຂື້ນຣາຄານ້ຳມັນ

ສປປລາວ ປະກາດກາຣຂື້ນ ຣາຄານ້ຳມັນເ ເຊື້ອເພີງໃນທົ່ວປະເທສທີ່ ມີກຳໜົດເຣີ່ມແຕ່ວັນທີ່ 20 ມົກຣານີ້ ເປັນຕົ້ນໄປ.
ຫວາດ ສີມູນ
2009.01.21

ທາງກາຣ ສປປລາວ ປະກາດຂື້ນ ຣາຄານ້ຳມັນ ເຊື້ອເພີງໃໝ່ ອີກຄັ້ງໜື່ງ ຍ້ອນບັນຫາ ຣາຄານ້ຳມັນ ດີບໃນຕລາດ ໂລກມີກາຣ ປ່ຽນແປງໃນ ຣະຍະຜ່ານ ມາອີກຄັ້ງ ໜື່ງຈື່ງໄດ້ ເຮັດໃຫ້ທາງກາຣ ສປປລາວ ປະກາດກາຣ ຂື້ນຣາຄາ ນ້ຳມັນເຊື້ອ ເພີງໃນທົ່ວ ປະເທສທີ່ ມີກຳໜົດ ເຣີ່ມແຕ່ວັນທີ່ 20ມົກຣາ ນີ້ເປັນຕົ້ນໄປ ສະນັ້ນນ້ຳມັນ ແອສຊັງຊນິດ ພິເສດຈະ ຂື້ນເພີ່ມ 250 ກີບຕໍ່ລິຕ ຈາກເດີມຕື່ມ ອີກມາເປັນ 6,890 ກີບຕໍ່ໜື່ງລີຕ, ສ່ວນນ້ຳມັນ ແອສຊັງ ທັມມະດາ ຈະຂື້ນເປັນລີຕ ລະ6,130 ກີບ ແລະນ້ຳມັນ ກາຊວນຈະ ຢູ່ໃນຣະດັບ ເກົ່າຄືລີຕລະ 5,540 ກີບ ຊື່ງທັ້ງໝົດນີ້ ແມ່ນສະເພາະ ໃນເຂຕນະຄອນ ຫລວງວຽງຈັນ ສ່ວນຢູ່ແຂວງ ນອກກໍຈະ ມີກາຣຂື້ນ ໃນຣາຄາທີ່ ແຕກຕ່າງກັນ ໄປເຊັ່ນແຂວງ ສວັນນະເຂຕ ແອສຊັງພິເສດ ຕົກເປັນຣາຄາ 6,950 ກີບຕໍ່ລີຕ, ແອສຊັງທັມມະດາ 6,170 ກີບຕໍ່ລີດແລະ ກາຊວນ5,570 ກີບຕໍ່ລີຕ. ສະເພາະແຂວງ ຈຳປາສັກ ບໍ່ແກ້ວແລະ ຊຽງຂວາງກໍມີ ກາຣເພີ່ມຂື້ນ ແດ່ເລັກນ້ອຍ ເຊັ່ນກັນແຕ່ 6,050 ຫາ 6,950 ກີບຕໍ່ລີຕ ກາຣທີ່ຣາຄາ ນ້ຳມັນປັບ ຕົວສູງຂື້ນດັ່ງ ກ່າວກໍເປັນ ກາຣສ້າງຄວາມ ລຳບາກໃຫ້ ແກ່ປະຊາຊົນ ລາວໃນທົ່ວ ປະເທສເຊັ່ນກັນ ແລະໂດຽສະ ເພາະຄ່າອາຫາຣ ກາຣກິນຫລື ເຄື່ອງອຸປະ ໂພຄ-ບໍຣິ ໂພຄຕ່າງໆ ກໍມີກາຣຂື້ນ ຣາຄາຕລອດ ມາຢ່າງຕໍ່ເນື່ອງ ໂດຽສະເພາະ ແຕ່ຕົ້ນປີ 2009 ນີ້ມາ





ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.