ກາຣຜລິຕສິນຄ້າໃນລາວ ຍັງບໍ່ຂຍາຍຕົວ
2010.06.29
ເຖິງແມ່ນເສຖກິຈ ຢູ່ ສປປລາວ ມີກາຣຂຍາຍຕົວ ເພີ່ມທະວີຂຶ້ນ ຢ່າງໜ້າພໍໃຈ ໃນຣະຍະຜ່ານມາ ກໍຕາມ ແຕ່ໃນດ້ານກາຣ ຈັດຕັ້ງ ອຸຕສາຫະກັມ ຜລິຕສິນຄ້າ ແລະ ປຸງແຕ່ງຜົລຜລິຕ ກະສິກັມ ທີ່ທາງຣັຖບາລ ໄດ້ສົ່ງເສີມໃຫ້ ພາຄສ່ວນເອກກະຊົນ ຈັດຕັ້ງປະຕິບັຕ ຂຶ້ນນັ້ນ ຍັງບໍ່ທັນມີ ຫລາຍພໍເທົ່າໃດ ຊຶ່ງບັນຫາດັ່ງກ່າວ ຈະສົ່ງຜົລ ສະທ້ອນຕໍ່ພື້ນ ຖານທາງເສຖກິຈ ໃນຣະຍະຍາວ ຖ້າຫາກວ່າບໍ່ມີ ກາຣແກ້ໄຂ. ກ່ຽວກັບເຣື່ອງນີ້ ທ່ານບົວສອນ ບຸບຜາວັນ ນາຍົກຣັຖມົນຕຣີ ສປປລາວ ກໍໃຫ້ຄວາມ ເຫັນວ່າ:
“ກາຣຊຸກຍູ້ ສົ່ງເສີມກາຣຜລີຕ ແລະກາຣບໍຣິກາຣ ຍັງບໍ່ແຂງແຮງ ແລະບໍ່ທັນມີ ຣະບົບເອກກະພາບ ກາຣເຕີບໂຕຂອງ ກະສິກັມ ຊຶ່ງເປັນຂແນງກາຣ ພື້ນຖານ ຍັງບໍ່ທັນໜັກແໜ້ນ ຕາມທິສຫັນເປັນ ກາຣຜລິຕເປັນສິນຄ້າ ໃນຂແນງທີ່ເປັນ ຈຸດແຂງ ແລະທ່າແຮງ ຂອງປະເທສເຮົາ”.
ໃນຣະຍະ 6-7 ປີ ຜ່ານມານີ້ ກາຣເຕີບໂຕທາງ ເສຖກິຈຂອງ ສປປລາວ ຈະຢູ່ໃນຣະດັບ 5-8% ຕລອດມາ ແຕ່ດ້ານກາຣຜລິຕ ສິນຄ້າທີ່ເປັນ ພື້ນຖານອັນສຳຄັນ ຂອງຣະບົບ ເສຖກິຈນັ້ນ ປາກົດບໍ່ມີ ກາຣພັທນາ ເທົ່າທີ່ຄວນ ດັ່ງຈະເຫັນໄດ້ ຈາກສິນຄ້າເຄື່ອງ ອຸປໂພຄ-ບໍຣິໂພຄ ຕ່າງໆຕາມທ້ອງຕລາດ ຍັງເປັນສິນຄ້າ ທີ່ນຳເຂົ້າ ຈາກປະເທສເພື່ອນ ບ້ານເປັນສ່ວນໃຫຍ່.
ຢ່າງໃດກໍຕາມ ທາງຣັຖບາລ ພ້ອມດ້ວຍພາຄສ່ວນ ເອກກະຊົນ ກໍໄດ້ໃຫ້ກາຣ ສົ່ງເສີມໃຫ້ມີ ກາຣປູກພືຊ ເສຖກິຈ ໄປນຳດ້ວຍເຊັ່ນ: ໝາກໄມ້ຫລາຍຊນິດ ມັນຕົ້ນ ສາລີລ້ຽງສັຕ ຕົ້ນຢາງ ພາຣາ ຕົ້ນຢູຄາລິປຕັສຕ໌ ແລະອື່ນໆ ແຕ່ເທົ່າປັຈຈຸບັນ ກໍຍັງບໍ່ທັນມີ ກາຣພັທນາ ໂຮງງານປຸງ ແຕ່ງຜົລຜລິຕ ຈາກກາຣກະສິກັມ ພໍເທົ່າໃດ.