ຍາມ ໄປວຽກ ຖື ໂອກາດ ຊື້ ນໍ້າມັນ ຖືກກ່ວາ ຈາກ ຝັ່ງໄທ
2008.05.02
ທ່າມກາງ ພາວະ ນໍ້າມັນ ແພງ ທີ່ ສົ່ງ ຜົນກະທົບ ຕໍ່ ຄົນ ທົ່ວໂລກ ຢູ່ ໃນ ເວລາ ນີ້, ເຮັດໃຫ້ ພາກສ່ວນ ຕ່າງໆ ຕ້ອງ ຊອກຫາ ວິທີ ການປຍັດ ຫລາຍຂຶ້ນ. ບັນຫາ ດັ່ງກ່າວ ເຮັດໃຫ້ ຊາວນະຄອນຫລວງ ວຽງຈັນ ຈໍານວນ ບໍ່ໜ້ອຍ ທີ່ ຂ້າມໄປ ໜອງຄາຍ ຖື ໂອກາດ ຊື້ ນໍ້າມັນ ຈາກ ຝັ່ງໄທ ທີ່ມີ ຣາຄາ ຖືກ ກ່ວາ ທາງ ຝັ່ງລາວ.
ຄົນ ຂັບຣົຖ ຮັບຈ້າງ ຊາວລາວ ທ່ານ ນຶ່ງ ບໍຣິເວນ ຂົວມິຕພາບ ວຽງຈັນ - ໜອງຄາຍ ກ່າວ ວ່າ:
“ເພາະວ່າ ຂ້າມໄປ ສ່ວນຫລາຍ ຂະເຈົ້າ ກໍມີ ແຕ່ ຊື້ ຂອງ ຈັບຈ່າຍ ທົ່ວໄປ ທັມມະດາ, ຈໍານວນ ນຶ່ງ ກໍ ໄດ້ຊື້ແທ້ ເຕັມຖັງ 50/50 ນັ້ນ ແຫລະ ທີ່ ໄດ້ຊື້.”
ໃນ ເວລາ ນີ້ ຣາຄາ ນໍ້າມັນ ໃນ ຝັ່ງລາວ ແຕກຕ່າງ ຈາກ ແຂວງ ໜອງຄາຍ ພໍ ສົມຄວນ ຫລື ປະມານ 3-5 ບາດ ຕໍ່ ລີດ, ດັ່ງນັ້ນ, ພີ່ນ້ອງ ຊາວລາວ ທີ່ ຂັບຣົຖ ຕົນເອງ ໄປ ເຮັດວຽກ ສ່ວນໂຕ ທີ່ຝັ່ງໄທ ຫລື ພວກ ທີ່ ຂັບຣົຖ ທ່ອງທ່ຽວ ຈໍານວນ ນຶ່ງ, ຈຶ່ງ ຖື ໂອກາດ ພາກັນ ຕື່ມ ນໍ້າມັນ ທີ່ ຝັ່ງໄທ ໂດຍກົງ. ເພາະ ຫາກ ຈະ ນໍາຣົຖ ເຂົ້າໄປ ຕ້ອງ ເສັຍ ຄ່າທໍານຽມ ແລະ ການແລ່ນ ເອກສານ ກໍ ໃຊ້ເວລາ ພໍ ສົມຄວນ.
ຄົນ ຂັບຣົຖ ຮັບຈ້າງ ທ່ານ ນີ້ ເວົ້າ ຕໍ່ໄປ ອີກວ່າ:
“ປັດຈຸບັນ ນໍ້າມັນ ເກືອບເຂົ້າ 12,000 ກີບ, ກຽມ ຈະຂຶ້ນ ອີກ. ຢູ່ ນີ້ ກໍ ເດືອດຮ້ອນ, ກໍ ເດືອດຮ້ອນ ຢູ່ ນັ້ນແຫລະ. ແຕ່ ເຮັດແນວໃດ ຣັຖບານ ເພິ່ນ ເປັນ ຜູ້ ປະສານງານ ເພິ່ນ ເປັນ ຜູ້ ບໍຣິຫານ ປະເທດ, ເຮົາ ກໍ ຈະຕ້ອງ ໄດ້ ຊົມໃຊ້.”
ນໍ້າມັນ ໂດຍ ທົ່ວໄປ ໃນ ເວລາ ນີ້, ສເລັ່ຍ ແລ້ວ ກາຊ້ວານ ຂາຍ ລິດ ລະ ປະມານ 12,000 ກີບ, ແອັດຊັງ ປະມານ 13,000 ກີບ. ເມື່ອ ບໍ່ນານ ມານີ້ ທາງການ ລາວ ກໍ ມີ ແນວໂນ້ມ ວ່າ ກຽມ ຈະປະກາດ ຂຶ້ນ ຣາຄາ ນໍ້າມັນ ຕື່ມ ອີກ, ເຮັດໃຫ້ ຕົ້ນທຶນ ແລະ ຄ່າຄອງຊີບ ຕ່າງໆ ໃນ ລາວ ສູງຂຶ້ນ ຢ່າງ ຫລີກລ້ຽງ ບໍ່ໄດ້, ແລະ ເຮັດໃຫ້ ຫລາຍ ພາກສ່ວນ ໃນ ລາວ ຕ້ອງໄດ້ ປຍັດ ຫລາຍຂຶ້ນ ແລະ ອາດ ສົ່ງຜົນ ຕໍ່ ການຂຍາຍໂຕ ທາງ ດ້ານເສຖກິດ ແລະ ສັງຄົມ ໃນ ລາວ ພໍສົມຄວນ.
ຄຳສັບ ຊອກຫາຂໍ້ມູນ: ນ້ຳມັນເຊື້ອໄຟ fuel