ໂຄງການ ປ້ອງກັນພັຍ ທັມມະຊາດ
2009.05.28
ຫລັງຈາກເກີດ ພັຍນ້ຳຖ້ວມ ເມື່ອປີ 2008 ຢູ່ນະຄອນ ຫລວງວຽງຈັນ ແລະ ໃນຫລາຍໆແຂວງ ຂອງລາວ ຈຶ່ງເຮັດໃຫ້ ເຫັນວ່າ ລາວ ຕ້ອງການ ການກຽມພ້ອມທີ່ ຈະຫລຸດຜ່ອນ ແລະຊົດຊ່ອຍ ຟື້ນຟູ ປະຊາຊົນ ຈາກການຫາຍນະ ຈາກພັຍດັ່ງກ່າວ.
ຈາກການຮຽກຮ້ອງ ຂໍຄວາມຊ່ອຍເຫລືອ ຂອງຣັຖບານ ສປປລາວ ທະນາຄານໂລກ ໄດ້ອະນຸມັດ ເງິນຊ່ອຍເຫລືອ ເພີ້ມຕື່ມ ເພື່ອແຜນການ ປ້ອງກັນພັຍ ທັມມະຊາດ ຂອງທາງການລາວ.
ເງິນຊ່ອຍເຫລືອ ແບ່ງອອກເປັນ ສອງສ່ວນ ມີມູນຄ່າກວ່າ 1ລ້ານໂດລາ ສະຫະຣັຖ ໄດ້ຮິບໂຮມມາ ຈາກກອງທຶນ ເພື່ອຫລຸດຜ່ອນ ພັຍທັມມະຂາດ ແລະ ການຊ່ອຍ ເຫລືອຟື້ນຟູ ຂອງໂລກ. ເງິນດັ່ງກ່າວແມ່ນ ທະນາຄານໂລກ ເປັນຜູ້ ບໍຣິຫານ ຕາງໜ້າໃຫ້ ປະເທດທີ່ ບໍຣິຈາກອື່ນໆ.
ທ່ານ Toru Konishi ນັກເສຖສາຕ ຂັ້ນສູງຂອງ ທະນາຄານໂລກ ປະຈໍາລາວ ກ່າວວ່າເງິນ ຊ່ອຍເຫລືອດ້ານ ເທັກນິກດັ່ງກ່າວ ຈະຊ່ອຍໃຫ້ ຣັຖບານ ສາມາດ ປ້ອງກັນພັຍ ທັມມະຊາດ ໃນຍາມສຸກເສີນ ໄດ້ ໂດຍສະເພາະ ໃນການກຽມພ້ອມ ໃນການຕັ້ງໂຕ ໃນຍາມຊົດຊ່ອຍ ເຫດສຸກເສີນ ໃນການສົ່ງພັສດຸ ການຊ່ອຍເຫລືອ ໃນການຄາຄເນ ຄວາມເສັຍຫາຍ ແລະໃນການ ຊ່ອຍເຫລືອຟື້ນຟູ ຫລັງຈາກເຫດການ.
ເງິນທຶນຊ່ອຍເຫລືອ ດ້ານເທັກນິກ ທັງສອງສ່ວນນີ້ ຄາດວ່າຈະສ້າງ ປະໂຫຍດໃຫ້ ຄະນະກັມມະການ ທາງດ້ານ ການຕັດສີນໃຈ ວາງແຜນ ແລະ ຊ່ອຍເຫລືອຂັ້ນ ປະເທດ ຕາມແຂວງຕ່າງໆ ຕາມເຂດເມືອງ ແລະຕາມ ຊຸມຊົນທົ່ວໄປ ໂດຍໃຊ້ໃນການ ຝຶກໂອບຣົມ ຂ້າຣາຊການ 500ຄົນ ດ້ານການ ກະເສຖສຶກສາ ແລະ ສຸຂອະນາມັຍ ໃນການຕື່ນ ການກຽມພ້ອມ ການຊ່ອຍເຫລືອ ຟື້ນຟູ ໃນເຫດການ ນ້ຳຖ້ວມ ໃນອະນາຄົດ.