ເຂດຊົນນະບົດ ຍັງຂາດໄຟຟ້າ
2009.04.15
ໃນໂຄງການ ເຊື່ອມໂຍງໄຟຟ້າ ໃນເຂດ ຊົນນະບົດ ທີ່ທຸກຈົນໃນ ສປປລາວ ຣັຖບານຮ່ວມກັບ ໂຄງການໄຟຟ້າ ເພື່ອຄົນຈົນຂອງ ທະນາຄານ ພັທນາເອເຊັຽ ໄດ້ຂຍາຍ ເຄືອຄ່າຍໄຟຟ້າ ໄປໃນຫລາຍ ເຂດຂອງລາວ ໃນຣະຍະ 5 ປີທີ່ຜ່ານມາ ເພື່ອຍົກຣະດັບ ການເປັນຢູ່ຂອງ ປະຊາຊົນ ໃນແຜນການ ລຸດຜ່ອນບັນຫາ ຄວາມທຸກຈົນໃນ ລາວ.
ແຕ່ບັນຫາ ກໍ່ແມ່ນວ່າ ປະຊາຊົນ ໃນເຂດ ຊົນນະບົດ ຜູ້ທີ່ທຸກຈົນ ໃນລາວ ບໍ່ສາມາດ ຈ່າຍຄ່າຕິດຕັ້ງ ແລະຄ່າ ບໍຣີການ ໄຟຟ້າໄດ້ ເພາະລາຍໄດ້ ເຂົາຕ່ຳຊື່ງ ຣັຖບານ ລາວເກັບຄ່າຕິດຕັ້ງ ຄອບຄົວນື່ງ 100 ໂດລາ ບາງເຂດ ປະຊາຊົນ ກວ່າ 40% ບໍ່ສາມາດ ເກັບເງີນກັນ ມາເສັຽຄ່າ ຕິດຕັ້ງໄດ້ ທັ້ງໆທີ່ສາຍໄຟ ຜ່ານບ້ານຂອງພວກ ຂະເຈົ້າໄປ.
ການຂາດ ໄຟຟ້າໃຊ້ ໃນເຂດທີ່ທຸກ ຈົນໃນລາວ ເປັນເຫດຜົລ ແນວນື່ງທີ່ ເຮັດໃຫ້ການ ແກ້ໃຂບັນຫາ ຄວາມທຸກຈົນ ໃນລາວບໍ່ ປະສົບ ຜົລສຳເຣັດເພາະ ການມີໄຟຟ້າ ໃຊ້ນອກຈາກຈະ ໃຫ້ແສງສວ່າງແລ້ວ ກໍ່ຍັງ ຍົກຣະດັບ ຜລີດຕະພັນຂອງ ຄົນຊົນນະບົດ ໃນເວລາ ກາງຄືນນຳອີກ, ການສືກສາ ຂອງເດັກນ້ອຍ ກໍ່ຈະສດວກສບາຍ ໃນຍາມກາງຄືນ ເປັນການສ່ົງເສີມ ສັງຄົມແລະ ເສຖກິດຊຸມຊົນ ຮ່ວມດ້ວຍບັນຫາ ດ້ານຄວາມປອດພັຍ ແລະບັນຫາ ອື່ນໆໃນຊຸມຊົນ ໃນລາວກໍ່ ຈະດີຂື້ນ.