ຊາວລາວ ຢູ່ຕ່າງປະເທດ ສົ່ງເງິນກັບບ້ານໜ້ອຍລົງ

ກອງເງິນທຶນສາກົນ ຣາຍງານວ່າ ຊາວລາວ ຢູ່ຕ່າງປະເທດ ສົ່ງເງິນ ໄປໃຫ້ພໍ່ແມ່ພີ່ນ້ອງ ຢູ່ລາວ ໜ້ອຍລົງ ຍ້ອນສະພາບ ເສຖກິດ ຂອງໂລກ ກຳລັງຝືດເຄືອງ.
ອາວະຣີ ຣາຍງານ
2009.06.28

ທ່ານ Benedict Bingham ຜູ້ຕາງໜ້າ ກອງເງິນທຶນສາກົນ ຫລື IMF ຢູ່ນະຄອນຫລວງ ວຽງຈັນ ຣາຍງານ ​​ເມື່ອບໍ່ດົນຜ່ານມາວ່າເສຖກິດ ຂອງໂລກ ທີ່ກຳລັງຕົກຕ່ຳຢູ່ໃນປັດຈຸບັນໄດ້ສົ່ງຜົນກະທົບ ຕໍ່ການສົ່ງເງິນ ຂອງຊາວລາວທີ່ອາໃສ ຢູ່ຕ່າງປະເທດໄປໃຫ້ພໍ່ແມ່ພີ່ນ້ອງ ຢູ່ລາວ ຢ່າງແຮງ.

ຊາວອົບພະຍົບລາວ ທີ່ອາໃສຢູ່ໃນປະເທດທີ່ຈະເຣີນ ກໍສົ່ງເງິນ ໄປໃຫ້ພໍ່ແມ່ພີ່ນ້ອງ ຢູ່ລາວ ໜ້ອຍລົງແລະຄົນງານລາວ ທີ່ເຮັດວຽກຢູ່ໄທ ແລະ ປະເທດອື່ນໆ ກໍສົ່ງເງິນກັບບ້ານຫລຸດໜ້ອຍຖອຍລົງ ເຊັ່ນກັນ.

ທ່ານ Bingham ກ່າວອີກວ່າເງິນທີ່ຊາວລາວຕ່າງປະເທດ ສົ່ງໄປລາວນີ້ເປັນຈຳນວນເງິນ ທີ່ມະຫາສານແລະ ກໍເປັນຣາຍໄດ້ ​​ແຫລ່ງທີ່ສຳຄັນຂອງປະຊາຊົນລາວ. ພໍ່ແມ່ພີ່ນ້ອງ ຜູ້ຢູ່ລາວ ຫລາຍໆຄົນອາໃສ​ ​ເງິນຊ່ວຍເຫລືອ ຈາກພີ່ນ້ອງ ຢູ່ຕ່າງປະເທດເພື່ອລົງທຶນ ເຮັດທຸຣະກິດ ການຄ້າ ແລະ ເພື່ອປຸກສ້າງເຮືອນ ບ່ອນຢູ່ອາໃສ.

ເຈົ້າໜ້າທີ່ ກອງເງິນທຶນສາກົນ ທ່ານນີ້ ບໍ່ໄດ້ແຈ້ງ ຣາຍລະອຽດ ວ່າເງິນທີ່ຊາວລາວຕ່າງປະເທດ ສົ່ງໄປໃຫ້ພໍ່ແມ່ພີ່ນ້ອງ ຢູ່ລາວນັ້ນ ມີຈຳນວນເທົ່າໃດແທ້ ໃນແຕ່ລະປີເວົ້າພຽງ ແຕ່ວ່າເປັນຈຳນວນ​​ເງິນ ອັນຫລວງຫລາຍ.

ນອກຈາກຈະສົ່ງເງິນ ໄປໃຫ້ພີ່ນ້ອງຢູ່ລາວ​​ແລ້ວ ຊາວລາວ ຢູ່ຕ່າງປະເທດ ຍັງໄປຢ້ຽມຢາມ ພີ່ນ້ອງແລະບ້ານເກີດເມືອງນອນ ເລື້ອຍໆ; ​ແຕ່ເນື່ອງຈາກ ເສຖກິດ ກຳລັງຕົກຕ່ຳເປັນຕົ້ນ ຊາວລາວ ທີ່ອາໃສຢູ່ສະຫະຣັຖ ອາດຈະສົ່ງເງິນ ແລະ ໄປຢ້ຽມຢາມລາວ ໜ້ອຍລົງ. ທາງການລາວເອງ ກໍຍອມຮັບວ່າ ການທ່ອງທ່ຽວ ​​ແລະ ຣາຍໄດ້ຈາກການທ່ອງທ່ຽວ ໄດ້ຫລຸດ​​ໜ້ອຍຖອຍລົງ ຢ່າງຜິດສັງເກດ ໃນຣະຍະຫ້າຫົກ​​ເດືອນ ທີ່ຜ່ານມາ. ​ເມື່ອປີກາຍ ສປປລາວມີຣາຍໄດ້ ຈາກການທ່ອງທ່ຽວ​ ​ເຖິງ 120 ລ້ານດອນລ່າສະຫະຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.