ນັກທຸຣະກິດດ້ານທ່ອງທ່ຽວ ມັກຫຼີກລ້ຽງພາສີ
2010.06.01
ນັກລົງທຶນ ທັງຊາວລາວ ແລະ ຊາວຕ່າງປະເທສ ທີ່ປະກອບ ທຸຣະກິດກາຣ ທ່ອງທ່ຽວ ແລະກາຣໂຮງແຮມ ເຮືອນພັກຕ່າງໆ ຢູ່ເມືອງລາວໃນ ປັຈຈຸບັນນີ້ ມັກຈະມີກາຣ ຫລີກລ້ຽງກາຣ ຈົດທະບຽນເສັຽ ຄ່າພາສີອາກອນ ໃຫ້ແກ່ຣັຖບາລ ໂດຽມີກາຣ ປະຕິບັຕກັນ ຢ່າງແພ່ຫລາຍ ໃນຫລາຍຮູບແບບ ແລະ ກໍເປັນກາຣຍາກ ທີ່ຈະກວດກາ ໃຫ້ໄດ້ທົ່ວເຖິງ ດັ່ງເຈົ້າໜ້າທີ່ ກົມອາກອນ ກະຊວງກາຣຄັງ ນະຄອນຫລວງ ວຽງຈັນ ໄດ້ກ່າວວ່າ:
“ຈະມີບັນຫາ ຢູ່ບ່ອນວ່າ ຜູ້ປະກອບກາຣ ແລະຜູ້ລົງທຶນ ສ່ວນໃຫຍ່ມັນຈະ ເປັນກໍຣະນີ ຜູ້ປະກອບກາຣ ດ້ານທຸຣະກິຈ ໂຮງແຮມ ດ້ານບ້ານພັກ ບໍຣິສັທ ທ່ອງທ່ຽວ ຕ່າງຊາຕກໍດີຢູ່ ຢູ່ລາວກໍດີ ທີ່ວ່າດຳເນີນ ປະກອບກາຣຢູ່ ສປປລາວ ມັກຈະບໍ່ສົນໃຈ ກັບທະບຽນ ອາກອນ”.
ພ້ອມດຽວກັນນີ້ ທ່ານກໍວ່າ ກາຣກວດກາ ຜູ້ປະກອບກາຣ ທີ່ຫລີກລ້ຽງກາຣ ລົງທະບຽນອາກອນ ນັ້ນທາງກົມ ອາກອນ ກໍຈະມີກາຣ ຮ່ວມມືກັບຄນະ ຄຸ້ມຄອງກາຣ ລົງທຶນ ໂດຽໃຫ້ພາກສ່ວນ ທີ່ກ່ຽວຂ້ອງໄດ້ຍື່ນ ເອກກະສາຣ ເພື່ອລົງທະບຽນ ຢ່າງມີ ປະສິທທິພາບ ເທົ່າທີ່ຄວນ. ສ່ວນກາຣ ລົງທະບຽນ ທຸຣະກິຈກາຣ ທ່ອງທ່ຽວ ແລະໂຮງແຮມ ເຮືອນພັກນັ້ນ ກໍຍັງມີບັນຫາ ທີ່ບໍ່ສາມາດ ກວດກາໄດ້ຢ່າງ ທົ່ວເຖິງ:
“ແຕ່ວ່າຕົວນີ້ ມັນກວດຍາກ ເພາະວ່າກາຣ ນຳເຂົ້າສິນຄ້າ ທີ່ມາປະກອບກາຣ ຂະເຈົ້ານຳເຂົ້າ ມາເປັນຄັ້ງຄາວ ມັນບໍ່ຄືກັບກາຣ import ສິນຄ້າ ດ້ານບໍຣິໂພຄ ຕ່າງໆ ຕົວນີ້ຫັ້ນມັນ ຕ້ອງຜ່ານຈຸດກວດ ເປັນປະຈຳ ກໍເປັນປະເພທ ກໍຣະນີນີ້ ເປັນສ່ວນໃຫຍ່”.
ເຈົ້າໜ້າທີ່ທ່ານນີ້ ໄດ້ກ່າວຢ້ຳວ່າ ກາຣຫລີກລ້ຽງກາຣ ລົງທະບຽນອາກອນ ຂອງຜູ້ປະກອບ ກາຣນີ້ຖືວ່າ ເປັນສິ່ງທີ່ຜິດ ກົດໝາຍ ແລະ ກໍມີກາຣຈັບ ແລະປັບໃໝກັນ ຢູ່ເລື້ອຽໆ ເຊັ່ນກາຣ ສັ່ງໃຫ້ຢຸດ ກິຈກາຣຊົ່ວຄາວ ຫລືສັ່ງໃຫ້ ຍົກເລີກຢ່າງຖາວອນ ກໍມີເລື້ອຍໆ ໃນຣະຍະ ຜ່ານມາ.