ນາຍົກລາວຢາກເພີ້ມ ເຂດເສຖກິຈພິເສດ
2009.12.21
ປັດຈຸບັນເສຖກິຈຂອງລາວ ກຳລັງໄດ້ຮັບຜົນກະທົບ ຈາກວິກິຕການເສຖກິດຂອງໂລກ ຣັຖບານຫວັງວ່າ ການສ້າງເຂດເສຖກິຈພິເສດ ແລະການລົງທຶນ ຄົງຈະຊ່ວຍຟື້ນຟູ ເສຖກິຈຂອງລາວໃຫ້ດີຂື້ນ ດັ່ງນາຍົກຣັຖມົນຕຣີ ບົວສອນ ບຸຜາວັນ ໄດ້ກ່າວຕອນນຶ່ງວ່າ:
“ໃນຫວ່າງບໍດົນມານີ້ ສະພາມີການຮັບຮອງເອົາ ກົດໝາຍວ່າດ້ວຍການລົງທຶນ ສະບັບໃໝ່ເພື່ອສ້າງຄວາມສະດວກ ແຕ່ວ່າ ການສ້າງສະພາບແວດລ້ອມ ໃຫ້ແກ່ການລົງທຶນ ມັນກໍຕ້ອງໄດ້ເຮັດຄົບຊຸດ ພວກຂ້າພະເຈົ້າ ພຍາຍມສ້າງໃຫ້ເກີດ ເຂດເສຖກິດພິເສດຢູ່ລາວ ໃຫ້ມັນຫລາຍຂື້ນ ເພື່ອເຮັດໃຫ້ນັກລົງທຶນ ຂະເຈົ້າໄປລົງທຶນ ຢູ່ບໍຣິເວນດັ່ງກ່າວ.”
ນາຍົກຣັຖມົນຕຣີລາວກ່າວອີກວ່າ ປັດຈຸບັນ ສປປລາວ ມີເຂດເສຖກິຈພິເສດ ແລ້ວສອງແຫ່ງ ຄືເຂດເສຖກິຈພິເສດສວັນ-ເຊໂນ ທີ່ແຂວງສວັນນະເຂດ ແລະ ເຂດເສຖກິຈພິເສດ ສາມຫລ່ຽມຄຳທີ່ແຂວງບໍ່ແກ້ວ ແຕ່ຣັຖບານຢາກສ້າງ ເຂດເສຖກິຈພິເສດ ຕື່ມອີກຢ່າງໜ້ອຍສອງແຫ່ງ ຄືແຫ່ງນຶ່ງ ທີ່ນະຄອນຫລວງວຽງຈັນ ແລະອີກແຫ່ງນຶ່ງ ທີ່ແຂວງຫລວງນ້ຳທາ. ເສຖກິດຂອງລາວຕົກຕ່ຳ ສ່ວນນຶ່ງກໍຍ້ອນ ສິນຄ້າສົ່ງອອກຂອງລາວ ມີຣາຄາຖືກລົງ ໃນຕລາດໂລກ. ນາຍົກຣັຖມົນຕຣີ ບົວສອນ ບຸຜາວັນ ອະທິບາຍເຣື່ອງນີ້ຕື່ມວ່າ:
“ເນື່ອງຈາກຣາຄາສິນຄ້າ ຢູ່ໃນຕລາດໂລກຕົກຕ່ຳ ສະເພາະຣາຄາທອງແດງ ຈາກເຄີຍມີຣາຄາ 8,000 ດອນລ່າຕໍ່ໂຕ່ນ ຍັງເຫລືອແຕ່ 3,600 ດອນລ່າແລະນອກຈາກນັ້ນ ພວກຂ້າພະເຈົ້າ ກໍສົ່ງອອກປະເພດສິນຄ້າ ກະສິກັມຣາຄາກໍຕົກ ແລະຄວາມຕ້ອງການ ຂອງຕລາດໂລກ ກໍຫລຸດລົງ.”
ເຖິງຢ່າງໃດກໍຕາມ ເປັນທີ່ຮູ້ກັນດີຢູ່ແລ້ວວ່າ ຜ່ານມາ ນັກທຸຣະກິຈ ກໍຍັງບໍ່ໄປລົງທຶນ ຢູ່ເຂດເສຖກິຈພິເສດ ທີ່ມີຢູ່ແລ້ວນັ້ນ ຫລາຍພໍເທົ່າໃດ.