ເງິນໃບພັນກີບໃໝ່ ຖືກງົດປ່ອຍ ຊົ່ວຄາວ

ລາວ ງົດປ່ອຍເງິນ ໃບ 1000 ກີບ ໃໝ່ ຊົ່ວຄາວ ຍ້ອນຫາງສຽງ ວິຈານ ຮູບຍິງສາວ ສາມນາງ.
ມະນີຈັນ ຣາຍງານ
2008.11.12
FT-money front ເງິນໃບ 1000 ກີບ ພິມອອກມາໃໝ່ ຖືກງົດປ່ອຍ ຊົ່ວຄາວ
Photo: RFA
ກະແສຂ່າວ ທ້ອງຖີ່ນ ຣາຍງານວ່າ ທະນາຄານແຫ່ງ ສປປລາວ ງົດປ່ອຍເງິນ ໃບພັນກີບທີ່ໄດ້ຮັບການປັບປຸງພິມໃໝ່ ອອກຈໍຣະຈອນ ໃນສັງຄົມ​-ໄວ້ຊົ່ວຄາວ ຍ້ອນຫາງສຽງ ວິພາກວິຈານ ທີ່ນັບມື້ ມີຫລາຍເພີ່ມຂຶ້ນ​​ ກ່ຽວກັບ ຮູບຂອງນາງສາວ ສາມຄົນໃນໃບເງິນ ພາຍຫລັງປະຊາຊົນຊາບວ່າເປັນຮູບຂອງຄົນແທ້.

ມາຮອດມື້ນີ້ ທາງທະນາຄານ ແຫ່ງສປປລາວ ກໍຍັງບໍ່ທັນ ອະທິບາຍ​ ​ໃຫ້ສັງຄົມຊາບເທື່ອ ເຖິງເຫດຜົນໃນການເລືອກເອົາຮູບຄົນແທ້ໃສ່,  ນາງສາວ ທັງ 3 ​ເປັນໃຜແລະມີຄວາມສໍາຄັນ ແນວໃດຕໍ່ສັງຄົມ.

ແຕ່ເຖິງແນວໃດ ທ່ານ ສຸພັດໂຄດໂຍທາ ຫົວໜ້າກົມ ເງິນຕຣາ ທະນາຄານແຫ່ງສປປລາວ ກໍໄດ້ກ່າວໂດຍທີ່ ພວກທ່ານຍອມຮັບວ່າ ເປັນຮູບຖ່າຍຂອງຄົນແທ້ແລະ ກໍເປັນ ພະນັກງານ ໃນທະນາຄານແຫ່ງສປປລາວແຕ່ຮູບນັ້ນໄດ້ຜ່ານການເອົາໄປແຕ້ມ ຄືນອີກເທື່ອນຶ່ງ ຢູ່ປະເທດ ຣັດເຊັຽ.

ທ່ານສຸພັດກ່າວອີກວ່າ ຕົນບໍ່ຄິດ ເລີຍວ່າ ຈະມີຫາງສຽງ ວິຈານ ຈາກສັງຄົມ ຫລາຍປານນີ້ເພາະຄິດວ່າ ທາງທະນາຄານໄດ້ເຮັດອອກມາ ດີທີ່ສຸດແລ້ວ. ບັນຫານີ້ ບໍ່ພຽງແຕ່ໄດ້ນໍາໄປຖົກຖຽງກັນ ຢູ່ຕາມພື້ນຖານສັງຄົມ-ຊຸມຊົນ ຕ່າງໆແຕ່ຫາກຍັງ ໄປເຖິງຣະດັບ ຣັຖບານແລະ ສະພາ ແຫ່ງຊາດ​ ​ແລ້ວ.

ການປ່ອຍເງິນກີບໃໝ່ໃບພັນ ຈະຖືກງົດໄປຈົນກວ່າ ຈະໄດ້ຮັບການພິຈາຣະນາ ມີຂໍ້ຕົກລົງຈາກຣັຖບານ ອີກເທື່ອນຶ່ງເສັຽກ່ອນ. ສ່ວນທີ່ຖືກນໍາ ອອກ​​ໃຊ້ແລ້ວ ກໍສາມາດ​​ ໃຊ້ຈັບຈ່າຍໄດ້ ຕາມປົກກະຕິ.

ເມື່ອວັນທີ 30 ຕຸລາ 2008 ນີ້ ທະນາຄານແຫ່ງສປປລາວໄດ້ອອກແຈ້ງການ ນໍາເອົາທະນະບັດ​-ໃບພັນກີບ ທີ່ໄດ້ຮັບການປັບປຸງ ແລະ ພິມໃໝ່ໃນປີ 2008 ອອກສູ່ສັງຄົມເລີ່ແຕ່ເດືອນພຶສຈິກາເປັນຕົ້ນໄປເພື່ອປັບປຸງ ຄຸນນະພາບ ຂອງໃບເງິນໃນການຈໍຣະຈອນ​​, ສົ່ງເສີມ ການນໍາ​​ໃຊ້ເງິນກີບໃຫ້ນັບມື້ກວ້າງຂວາງ, ​ໃຫ້ການຊໍາຣະ ຣາຄາສີນຄ້າແລະຄ່າບໍຣິການ ມີຄວາມສດວກຍີ່ງຂຶ້ນ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.