ລາວ ຈະຂາຍ ພັນທະບັດ

ທາງການລາວ ມີແຜນການ ຈະຂາຍ ພັນທະບັດ ຫລື Bonds ເພື່ອເອົາເງິນ ມາເປັນທຶນ ສ້າງໂຄງການ ພະລັງໄຟຟ້າ.
ໂພໄຊສວັດ
2009.05.20

ລາຍງານຂ່າວ Bloomberg ເປີດເຜີຍວ່າ ທາງການລາວ ມີແຜນການທີ່ ຈະຂາຍ ພັນທະບັດ ເປັນອັດຕຣາຕ່າງ ປະເທດ ຄັ້ງທຳອິດ ເພື່ອເອົາເງິນ ມາເປັນທຶນ ສ້າງໂຄງການ ພະລັງໄຟຟ້າ ໃນການ ພະຍາຍາມ ທີ່ຈະເຮັດໃຫ້ ປະເທດຊາດ ພົ້ນຈາກການ ຊ່ວຍເຫລືອ ຫລື ບໍ່ຢາກຂໍທຶນ ຈາກຕ່າງປະເທດ ອີກຕໍໄປ.

ທ່ານ Chiemi Jamie Kaneko ເຈົ້າໜ້າທີ່ ທະນາຄານ ພັທນາເອເຊັຍ ກ່າວວ່າ ລາວອາຈຂາຍ ພັນທະບັດ ມີມູນຄ່າເຖິງ 2,500 ລ້ານບາດ ຫລື ປະມານ 72.5 ລ້ານໂດລາ ໃນກຳໜົດ 15ປີ ໂດຍເອົາໂຄງການ ໄຟຟ້າ ເປັນເຄື່ອງປະກັນ.

ສປປລາວ ກຳລັງຊອກຫາ ນາຍທຶນຈາກ ທົ່ວທຸກມູມໂລກ ເພື່ອທີ່ຈະສ້າງ ໂຄງການໃຫຍ່ໆ ເພື່ອສົ່ງເສີມ ໃຫ້ປະຊາຊົນ ປະມານ 6 ຫາ 7 ລ້ານຄົນ ມີວຽກເຮັດງານ ທຳ ຊຶ່ງເກືອບເຄິ່ງນຶ່ງ ຂອງປະຊາຊົນ ທັງໝົດ ມີອາຍຸ ຕໍ່າກວ່າ 16 ປີ.

ທາງການລາວ ມີໂຄງການທີ່ ຈະເປີດຕລາດຮຸ້ນ ໃນເດືອນ ຕຸລາ ປີ 2010 ແລະຈະເຂົ້າຮ່ວມ ຕລາດໂລກອີກ 2 ປີຕໍ່ມາ ຈາກນັ້ນ ກໍຫວັງວ່າ ຈະຫລຸດຜ່ອນການ ຂື້ນຢູ່ກັບການ ກູ້ຢືມເງິນ ຈາກອົງການ ຕ່າງປະເທດ ແລະ ການຂໍເງິນຈາກ ປະເທດ ບໍລິຈາກ ຕ່າງປະເທດ ອື່ນໆ.

ທ່ານ Kaneko ກ່າວອີກວ່າ ເຈົ້າໜ້າທີ່ ທາງການລາວ ກຳລັງປຶກສາ ຫາລືກັບ ທະນາຄານ ນຳເຂົ້າແລະ ສົ່ງອອກສິນຄ້າ ແຫ່ງປະເທດໄທ ເພື່ອໃຫ້ ຄ້ຳປະກັນ ພັນທະບັດ ດັ່ງກ່າວ.




ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.