ສປປລາວ ຍັງຕິດໜີ້ ຕ່າງປະເທດ

ທະນາຄານໂລກ ໃຫ້ການວ່າ ສປປລາວ ຍັງຕິດຫນີ້ ຕ່າງປະເທດຫລາຍຢູ່ ໃນປັດຈຸບັນ.
ສິດນີ
2009.07.06

ອີງຕາມ ບົດວີເຄາະ ດ້ານຫນີ້ສີນປີ 2008 ຊີ້ໃຫ້ເຫັນວ່າ ສປປລາວ ຍັງມີຖານະ ເປັນຫນີ້ສີນ ຕ່າງປະເທດ ຈຳນວນຫລວງຫລາຍ ເຖີງແມ່ນ ຕົວວັດແທກ   ຄວາມຢືນຢົງ ດ້ານເສຖກິດ ຕ່ຳກວ່າດ້ານ ຫນີ້ສີນ ຂອງບັນດາປະເທດ ທີ່ມີລາຍໄດ້ຕ່ຳ ກໍ່ຕາມແຕ່ຍອດ ຜົລຜລີດຮ່ວມ ຂອງລາວຖ້າທຽບໃສ່ ມູນຄ່າຫນີ້ສີນ ແລ້ວຍັງສູງຢູ່ ແຕ່ກໍ່ມີ ແນວໂນ້ມວ່າ ຈະຫລຸດລົງຈາກ 46ສ່ວນຮ້ອຍ ໃນປີ2007 ມາເປັນ 38ສ່ວນຮ້ອຍ ໃນທ້າຍປີ 2008.

ລາຍງານ ຣະບຸຕໍ່ໄປ ອັຕຣາສ່ວນຫນີ້ສີນ ຂອງ ສປປລາວ ຕໍ່ການສົ່ງອອກ ໄດ້ລຸດລົງຈາກ 129ສ່ວນຮ້ອຍ ໃນປີ 2007ມາເປັນ 106ສ່ວນຮ້ອຍ ໃນປີ 2008.

ການລົງທືນຈາກ ຕ່າງປະເທດ ໃນລາວ ມີແນວໂນ້ມ ຄາດວ່າຈະຫລຸດລົງ ເພາະສະພາບເສຖກິດ ຂອງໂລກແລະ ໃນຂົງເຂດ ໃນຣະຍະ ຫລັງໆມານີ້. ຕົ້ນທືນ ໃນການກູ້ຢືມ ທີ່ສູງເຮັດໃຫ້ ສປປລາວ ຕີດຫນີ້ຫລາຍຂື້ນ. ຖ້າສະພາບເສຖກິດ ໃນຂົງເຂດບໍ່ມີ ການຟື້ນຕົວຫລື ຍັງມີການ ແກ່ຍາວຢູ່ໂຄງການ ໃຫຍ່ໆໃນລາວ ດັ່ງການ ສ້າງເຂື່ອນໄຟຟ້າ ການຂຸດຄົ້ນແຮ່ທາດ ແລະໂຄງການຕ່າງໆ ກໍ່ຈະມີການ ຊັກຊ້າຫລືວ່າ ຖືກຍົກເລີກໄປ ເຮັດໃຫ້ລາວ ຂາດລາຍໄດ້ ເພີ້ມຂື້ນ ໃນຂນະ ດຽວກັນ ການກູ້ຢືມ ກໍ່ຈະເພີ້ມຂື້ນ.

ສປປລາວ ຍັງເປັນປະເທດ ທີ່ອາສັຍການ ຊ່ອຍເຫລືອ ແລະກູ້ຢືມເງີນ ຈາກຕ່າງປະເທດ ຢ່າງມະຫາສານ ໃນແຕ່ລະປີ. ໃນກອງປະຊຸມ ສະພາແຫ່ງຊາດ ຣັຖບານລາວ ໃຫ້ການວ່າ ສະພາບການເຕີບໂຕ ທາງດ້ານ ເສຖກິດໃນລາວ ບໍ່ມີຜົລກະທົບ ຈາກເຫດວິກິດ ທາງດ້ານ ເສຖກິດຂອງໂລກ ໃນປັດຈຸບັນ ຍັງມີການ ລົງທືນ ຈາກຕ່າງປະເທດ ໃນຫລາຍໂຄງການ ໃນລາວຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.