ສປປລາວ ປະຊຸມຮ່ວມກັບ ທະນາຄານໂລກ
2010.05.08
ຈຸດປະສົງຂອງການ ທົບທວນຄືນໃໝ່ ເທື່ອນີ້ ແມ່ນເພື່ອປັບປຸງ ການໃຊ້ເງິນ ຊ່ວຍເຫລືອ ໃນໂຄງການຕ່າງໆ ໃຫ້ມີປະສິດທິພາບ ສູງ. ໂຄງການສ່ວນໃຫຍ່ ແມ່ນໂຄງການເພື່ອຊ່ວຍ ເສຖກິດຂອງລາວ ໃຫ້ເຕີບໃຫຍ່ ຂຍາຍຕົວເປັນຕົ້ນ ເພື່ອຫລຸດຜ່ອນຄວາມ ທຸກຍາກ, ຂຍາຍໂຄງຮ່າງ ພື້ນຖານ, ຂຍາຍດ້ານບໍລິການ, ຄວາມສາມາດ ຂຍາຍໂຮງຮຽນ, ປັບປຸງລະບົບການ ຮັກສາສຸຂພາບ ໃຫ້ດີຂື້ນ ແລະ ພະຍາຍາມປົກປ້ອງ ສິ່ງແວດລ້ອມ. ສະຖາບັນການເງິນ ນາໆຊາດທັງສອງ ໄດ້ໃຫ້ເງິນຊ່ວຍເຫລືອ ສປປລາວເຖິງ 635 ລ້ານໂດລາ ສະຫະຣັຖ ຊຶ່ງປະກອບດ້ວຍ ເງິນບໍຣິຈາກ ໃຫ້ລ້າ ແລະເງິນໃຫ້ຢືມ ດ້ວຍດອກເບັ້ຍຕໍ່າ ເປັນພິເສດ.
ກອງປະຊຸມເທື່ອນີ້ ໄດ້ທົບທວນເບິ່ງ ການປະຕິບັດ ຕາມແຜນການ ທີ່ກອງປະຊຸມ ໄດ້ວາງອອກເມື່ອ ປີກາຍ. ພິເສດກອງປະຊຸມ ໄດ້ຫາລືກັນກ່ຽວກັບ ຄວາມກ້າວໜ້າ ອຸບປະສັກ ແລະການຊັກຊ້າຂອງ ການປະຕິບັດ ຕາມໂຄງການ. ນອກຈາກນັ້ນ ຜູ້ເຂົ້າຮ່ວມກອງ ປະຊຸມ ຍັງເວົ້າເຖິງ ການປັບປຸງການ ບໍຣິຫານ ທາງດ້ານການເງິນ, ຄວາມໂປ່ງໃສ ແລະໂດຍທົ່ວໄປ ການປັບປຸງການ ໃຊ້ເງິນໃຫ້ມີ ປະສິດທິພາບ ສູງຂື້ນ.
ຜູ້ເຂົ້າຮ່ວມກອງ ປະຊຸມທົບທວນຄືນ ເທື່ອນີ້ມີທ່ານ ສົມຈິດ ອິນທະມິດ ຫົວໜ້າກົມຮ່ວມມື ລະຫວ່າງປະເທດ ກະຊວງແຜນການ ແລະການລົງທຶນ, ທ່ານ Luc Lecuit ເຈົ້າໜ້າທີ່ຂັ້ນສູງ ຂອງທະນາຄານ ໂລກ ແລະທ່ານ Barend Frielink ເຈົ້າໜ້າທີ່ ທະນາຄານ ພັທນາເອເຊັຍ ປະຈຳລາວ.