ເສຖກິດຂອງລາວ ກໍາລັງຂຍາຍຕົວ
2010.09.06
ຣັຖບານ ສປປລາວ ຣາຍງານວ່າ ເມື່ອປີກາຍ ເສຖກິດຂອງລາວ ຂຍາຍຕົວ ເຖິງ 7.6 ສ່ວນຮ້ອຍ. ສຳຣັບປີນີ້ ທະນາຄານໂລກ ຄາດຄະເນວ່າ ເສຖກິດ ຂອງລາວ ຈະຂຍາຍຕົວ ປະມານ 7 ສ່ວນຮ້ອຍ ສ່ວນນຶ່ງກໍຍ້ອນ ຣັຖບານລາວ ຈະມີຣາຍໄດ້ ຈາກການຂາຍ ໄຟຟ້າ ຈາກເຂື່ອນ ນ້ຳເທີນສອງ ຕື່ມຫລາຍລ້ານ ດອນລ່າ ສະຫະຣັຖ. ແຕ່ນາຍົກ ຣັຖມົນຕຣີ ສປປລາວ ຄາດວ່າ ເສຖກິດຂອງ ລາວ ຈະຂຍາຍ ຕົວເຖິງ 8 ສ່ວນຮ້ອຍ ໃນປີ 2010 ນີ້.
ເວບໄຊທ໌ ທາງດ້ານ ທຸຣະກິດ ແລະ ການເງິນຂອງ ມະຫາວິທຍາໄລ ຟີນິກ ຣາຍງານອີກວ່າ ເສຖກິດຂອງ ລາວຂຍາຍ ຕົວໄວ ກໍຍ້ອນຂາຍ ຄຳແລະທອງ ຊຶ່ງປັດຈຸບັນ ກຳລັງມີ ຣາຄາສູງຂື້ນ ໃນຕລາດໂລກ. ອີກຢ່າງນຶ່ງ ການທ່ອງທ່ຽວ ຢູ່ລາວ ກໍກຳລັງ ເຂັ້ມແຂງ. ໃນດ້ານ ການສ້າງເຂື່ອນ ຣັຖບານລາວ ຍິ່ງຈະສ້າງ ຕື່ມອີກ ຫລາຍໆແຫ່ງ. ປັດຈຸບັນ ນັກລົງທຶນ ຈາກໄທ ຈີນ ວຽດນາມ ແລະຣັດເຊັຍ ກຳລັງເຂົ້າໄປ ລົງທຶນ ສ້າງເຂື່ອນ ໄຟຟ້າ ຢູ່ລາວ ກຳລັງສ້າງຢູ່ ໃນຂນະນີ້ ສີ່ເຂື່ອນ ແລະຄາດວ່າ ຈະສຳເຣັດ ພາຍໃນປີ 2013 ແລະເຂື່ອນ ທັງສີ່ແຫ່ງນີ້ ຈະສາມາດ ຜລິດໄຟຟ້າ ໄດ້ຕື່ມອີກເຖິງ 1,200 ເມກາວັດ. ຈົນເຖິງ ປັດຈຸບັນ ຣັຖບານລາວ ໄດ້ເຊັນສັນຍາ ຂາຍໄຟຟ້າ ໃຫ້ໄທແລ້ວ ປະມານ 7,000 ເມກາວັດ.
ເຖິງຢ່າງໃດ ກໍຕາມ ເວບໄຊທ໌ ຂອງ ມະຫາວິທະຍາໄ ລຟີນິກ ແຈ້ງວ່າ ເຖິງວ່າເສຖກິດ ຂອງລາວ ຈະຂຍາຍຕົວ ໄວປານໃດ ກໍຕາມໃນ ຣະຍະສອງສາມ ປີທີ່ຜ່ານມາ ປະຊາຊົນລາວ ກໍຍັງທຸກຍາກ ຂາດເຂີນຢູ່ ໄລ່ສະເລັ່ຍ ແລ້ວ ຊາວລາວຜູ້ນຶ່ງ ມີຣາຍໄດ້ບໍ່ ເຖິງ 1,000 ດອນລ່າ ສະຫະຣັຖຕໍ່ປີ ເທົ່າໆກັບ 60 ສ່ວນຮ້ອຍ ຂອງຊາວ ຟີລິບປິ່ນ.