ສປປລາວນໍາເຂົ້າ ນໍ້າມັນຫຼາຍຂື້ນ
2010.04.22
ສະພາບ ເສຖກິດຂອງລາວ ທີ່ຂຍາຍໂຕ ໃນລະຍະ ຫລາຍປີມານີ້ ເຮັດໃຫ້ ຄວາມຕ້ອງການ ໃຊ້ນໍ້າມັນ ເພີ່ມຂຶ້ນ ຢ່າງຫລວງຫລາຍ. ປັຈຈຸບັນ ສປປລາວ ຕ້ອງນໍາເຂົ້າ ນໍ້າມັນຈາກຕ່າງ ປະເທດ ຮ້ອຍສ່ວນຮ້ອຍ ໂດຍສະເພາະຈາກ ໄທ ແລະວຽດນາມ ມີບໍຣິສັດທີ່ ດໍາເນີນທຸຣະກິດ ນໍາເຂົ້າ ແລະຈໍາໜ່າຍ ທັງໝົດ 15 ແຫ່ງ ໂດຍມີ ຣັຖວິສາຫະກິດ ນໍ້າມັນເຊື້ອໄຟລາວ ເປັນຜູ້ຄອງສ່ວນແບ່ງ ຫລາຍທີ່ສຸດ. ເຖິງແນວໃດ ການຂຸດຄົ້ນນໍ້າມັນ ພາຍໃນລາວ ກໍຢູ່ໃນຂັ້ນຕອນ ການສໍາຣວດ ຍັງບໍ່ມີການ ປະຕິບັດ ຂຸດຄົ້ນ ໃນຕົວຈິງເທື່ອ -ຕາມຄໍາເວົ້າ ຂອງທ່ານ ໄພບູນ ພົມພະພິທັກ ຮອງຜູ້ອໍານວຍການ ຣັຖວິສາຫະກິດ ນໍ້າມັນເຊື້ອໄຟລາວ:
"ການໃຊ້ນໍ້າມັນ ຢູ່ໃນບ້ານເຮົານີ້ ກະມີຈໍານວນ ເພີ່ມຂຶ້ນເນາະ ໃນແຕ່ລະປີ ປີ 2009 ນີ້ ການໃຊ້ນໍ້າມັນ ຢູ່ບ້ານເຮົານີ່ ກະມີເຖິງ 640 ລ້ານກວ່າລິຕ".
ທ່າວ ກ່າວຕໍ່ໄປວ່າ ສາເຫດສໍາຄັນ ທີ່ເຮັດໃຫ້ຄວາມ ຕ້ອງການ ໃຊ້ນໍ້າມັນ ນັບມື້ນັບເພີ່ມຂຶ້ນ ຍ້ອນວ່າ ໃນແຕ່ລະປີ ຍານພາຫານະ ແລະໂຄງການ ກໍ່ສ້າງຕ່າງໆ ເພີ່ມຂຶ້ນ ໃນທຸກຂົງເຂດ ທົ່ວປະເທດລາວ ຖ້າມກາງການ ຂຍາຍໂຕຂອງ ເສຖກິດ ແລະການຄ້າ.
ໂຄງການ ຂຸດຄົ້ນ ແລະສໍາຣວດ ບໍ່ນໍ້າມັນ ແລະ ແກສທັມຊາດ ຢູ່ໃນ ແຂວງສາລະວັນ ຂອງບໍຣິສັດ Salamander ຈາກປະເທດອັງກິດ ທີ່ເຂົ້າມາສໍາຣວດ ຄວາມເປັນໄປໄດ້ ມາແຕ່ປີ 2006 ແລະຫາກໍ່ທໍາການ ຂຸດເຈາະສໍາຣວດ ວ່າ ປະຣິມານ ແກສທັມຊາດ ແລະນໍ້າມັນດິບ ໃນພື້ນທີ່ນັ້ນ ມີໜ້ອຍຫລາຍ ພຽງໃດ ເມື່ອເດືອນ ກຸມພາ ປີ 2010. ຖ້າຫາກພົບ ມີປະຣິມານ ທີ່ຫລາຍພໍ ກໍຈະໄດ້ຮັບ ສັມປະທານ ການຂຸດຄົ້ນເພື່ອ ຈໍາໜ່າຍ ຈາກຣັຖ ບານລາວ ເພີ່ມຕື່ມອີກ 30 ປີ.