ພັນທະບັຕ ເອເຊັຽບອນດ໌ ມີການຊັກຊ້າ

ຣັຖວິສາຫະກິຈ ໄຟຟ້າລາວ ບໍ່ໝັ້ນໃຈ ກ່ຽວກັບກາຣ ອອກພັນທະບັຕ ເອເຊັຽບອນດ໌.
ຫວາດ ສີມູນ
2010.05.07

ກາຣທີ່ທາງກາຣ ສປປລາວ ຢາກອອກຂາຍ ພັນທະບັຕ ເອເຊັຽບອນດ໌ ເພື່ອຣະດົມ ຫາທຶນມາພັທນາ ຕາມໂຄງກາຣ ໄຟຟ້ນ້ຳຕົກ ໃນທົ່ວປະເທສນັ້ນ ປາກົດວ່າທາງ ເຈົ້າໜ້າທີ່ກ່ຽວຂ້ອງ ຈາກຣັຖວິສາຫະກິຈ ໄຟຟ້າລາວ ໃຫ້ຄຳຕອບພຽງ ແຕ່ວ່າຍັງບໍ່ທັນ ແຈ້ງຂາວເທື່ອເທົ່ານັ້ນ ແຕ່ຖ້າຫາກ ເປັນໄປໄດ້ ກໍຢາກ ຈະນຳອອກຂາຍ ດັ່ງເຈົ້າໜ້າທີ່ ທ່ານໜຶ່ງໄດ້ກ່າວວ່າ:

“ຍັງບໍ່ທັນອອກ ມັນຣະຍະນີ້ ດອກເບັ້ຽເງິນກູ້ ມັນຍາກຫລາຍ ຄັນເຮົາອອກບອນດ໌ ດອກເບັ້ຽ ມັນຈະສູງກວ່າ ດອກເບັ້ຽເງິນກູ້ ມັນກໍ ເປັນໄປບໍ່ໄດ້”.

ພ້ອມດຽວກັນນີ້ ທ່ານກໍວ່າ ທາງກາຣ ສປປລາວ ໄດ້ເລື່ອນກາຣອອກ ພັນທະບັຕ “ລາວເອເຊັຽບອນດ໌” ໃນສະກຸນເງິນບາທ ຈຳນວນ 1.5 ພັນລ້ານບາທ ອອກໄປຈາກ ກຳໜົດເດີມ ເນື່ອງຈາກວ່າ ໃນປັຈຈຸບັນນີ້ ດອກເບັ້ຽຍັງມີ ອັຕຣາສູງກວ່າ ຄວາມເປັນຈິງ.

ສະນັ້ນທາງກາຣລາວ ຈຶ່ງຈະໄດ້ມີກາຣ ພິຈາຣະນາ ຢ່າງຮອບຄອບ ເສັຽກ່ອນ ກ່ອນທີ່ຈະນຳເອົາ ພັນທະບັຕ ອອກຈຳໜ່າຍ ດ້ວຍຄວາມຫວັງທີ່ ຈະໃຫ້ສາມາດ ນຳອອກໄດ້ ພາຍໃນທ້າຍປີ 2010 ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.