ລາວເພີ້ມງົບລາຍຈ່າຍ ກະຕູ້ນເສຖກິດ

ສປປ ລາວ ຍັງບໍ່ມີ ຄວາມໝັ້ນໃຈ ນໍາການຟື້ນຕົວ ຂອງເສຖກິດ ໃນປະເທດ.
ໂພໄຊສວັດ
2010.04.26

ສປປ ລາວ ຍັງບໍ່ມີຄວາມ ແຈບໃຈນໍາການ ຟື້ນຕົວຂອງ ເສຖກິດ ຈື່ງໄດ້ເພີ້ມ ງົບປະມານ ລາຍຈ່າຍເພື່ອ ກະຕຸ້ນ ເສຖກິດ ຕໍ່ໄປອີກ. ເມື່ອວັນທີ 21 ເມສາ ຜ່ານມານີ້ ໄດ້ມີກອງປະຊຸມ ປະຈໍາປີ ເປັນເວລາ ສາມວັນກ່ຽວກັບ ການຈັດຕັ້ງ ປະຕິບັດ ແຜນການພັທນາ ເສຖກິດ ແຫ່ງຊາດລະຍະ 5 ປີ ຄັ້ງທີ່ 6 ປີສຸດທ້າຍເພື່ອ ຢາກປະເມີນ ວ່າຜົນຂອງການ ປະຕິບັດ ງົບປະມານ ລາຍໄດ້ລາຍຈ່າຍ ຈະຊ່ວຍໃຫ້ ບັນລຸເປົ້າໝາຍ ຂອງແຜນການ ຫລືບໍ່.

ທາງການລາວ ເຫັນວ່າການ ພັທນາເສຖກິດ ໃນປີນີ້ ໄດ້ພົບພໍ້ກັບ ສະຖານະການ ທີ່ບໍ່ເອື້ອອໍານວຍ ພໍປານໃດ ດັ່ງນັ້ນຈື່ງ ສະເໜີເພີ້ມ ງົບປະມານ ລາຍຈ່າຍ ກະຕຸ້ນ ເສຖກິດຕໍ່ອີກ 6 ເດືອນຂອງປີນີ້ ເພື່ອເຮັດໃຫ້ການ ຟື້ນຕົວ ຂອງເສຖກິດ ຄົງຕົວໄປໄດ້.

ຮ່ວມໃນ ກອງປະຊຸມນັ້ນ ກໍມີຄະນະ ຣັຖມົນຕຣີ ເຈົ້າຄອງກໍາແພງ ນະຄອນຫລວງ ວຽງຈັນ  ແລະເຈົ້າແຂວງ ໃນທົ່ວປະທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.