ເງີນຕຣາຕ່າງປະເທດ ຍັງນິຍົມກັນໃຊ້ຢູ່ ສປປລາວ
2010.09.01
ການນຳໃຊ້ ເງິນຕຣາ ຕ່າງປະເທດ ທັງເງິນບາດ ແລະ ເງິນໂດລາ ສະຫະຣັດ ຢູ່ ສປປລາວ ມີຢ່າງກວ້າງຂວາງ ເຖິງແມ່ນວ່າ ທາງການລາວ ຈະມີມາຕການ ຊຸກຍູ້ ໃຫ້ມີການໃຊ້ ເງິນກີບ ຂອງລາວເອງຫລາຍ ຂຶ້ນປານ ໃດກໍຕາມ ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຈາກທະນາຄານ ແຫ່ງຊາດ ສປປລາວ ເວົ້າວ່າ:
"ວ່າຕົວນີ້ເຮົາ ກໍສິຄ່ອຍໆ ໃຊ້ມາຕການ ແບບເບົາບາງກ່ອນ ມີການກ່າວເຕືອນ ຫຍັງຕ່າງໆ ເຜີຍແພ່ຣະບຽບ ເພື່ອໃຫ້ຄົນ ໄດ້ຮັບຮູ້ ຫລັງຈາກນັ້ນ ເຮົາກໍສິໄດ້ໃຊ້ ມາຕການປັບໃໝ ກ່າວເຕືອນ ຕາມຣະບຽບ ການຕົວນີ້".
ການທີ່ມີ ການໃຊ້ ເງິນບາດ ແລະເງິນໂດລາ ໃນຂນະນີ້ ກໍຍ້ອນວ່າ ບໍຣິສັດ ຕ່າງໆໃນລາວ ໃຊ້ເງິນສະກຸນ ດັ່ງກ່າວ ໃນການຊື້ ແລະ ຊຳຣະ ຄ່າສິນຄ້າ ແລະໃຫ້ຄ່າ ບໍຣິການຕ່າງໆ ແລະເຖິງແມ່ນວ່າ ປະຊາຊົນ ລາວ ຄິດວ່າ ການໃຊ້ເງິນ ກີບ ແມ່ນມີຄວາມ ສຳຄັນ ແຕ່ກໍຖືວ່າ ການໃຊ້ເງິນບາດ ແລະເງິນໂດລາ ແທນເງິນກີບ ນັ້ນ ຄູ້ມຄ່າກວ່າ ດັ່ງນັ້ນ ບັນຫາການ ໃຊ້ເງິນຕຣາ ຕ່າງປະເທດ ຈຶ່ງແກ້ໄຂ ບໍ່ຕົກ ເຖິງວ່າຈະໃຊ້ ມາຕການລົງໂທດ ຜູ້ກະທຳຜິດ ແນວໃດກໍຕາມ. ເຈົ້າໜ້າທີ່ ທ່ານດຽວກັນນີ້ ເວົ້າວ່າ:
"ກໍຕອນນີ້ຄົນ ຍັງຊື້ຫລາຍ ເຮົາກໍໄດ້ ມີການແຈ້ງເຕືອນ ແຕ່ວ່າຂັ້ນຕອນ ຕໍ່ໄປ ກໍຈະໄດ້ ມີການປັບໃໝ ໃສ່ໂທດກັນ ກໍດຽວນີ້ ກຳລັງຢູ່ໃນ ຂັ້ນຕອນ ເຮັດບົດບັນທຶກ ແຈ້ງເຕືອນກັນກ່ອນ ແຕ່ວ່າຍັງ ບໍ່ເຖິງຂັ້ນປັບໃໝ ຢ່າງຮຸນແຮງ ເທື່ອ".
ເຖິງແມ່ນວ່າ ທາງການລາວ ຈະໄດ້ອອກຂໍ້ ກຳນົດ ກົດຣະບຽບ ກ່ຽວກັບການ ນຳໃຊ້ເງິນກີບ ແລະ ປຸກຣະດົມ ໃຫ້ປະຊາຊົນ ໃຊ້ເງິນກີບ ເປັນເງິນ ສະກຸນຫລັກ ເພື່ອສ້າງ ສະເຖັຍຣະພາບ ໃຫ້ເງິນກີບ ເພື່ອໃຫ້ຄ່າເງິນກີບ ມີຄວາມຄົງຕົວ ແຕ່ກໍຍັງ ບໍ່ທັນໄດ້ ຮັບຜົນຫຍັງຫລາຍ ຈົນມາຮອດ ເທົ່າທຸກວັນນີ້.