ປວັດເບື້ອງຫລັງຂອງ ກຸ່ມລົງທຶນຕ້ອງເຄັ່ງຂື້ນ

ຣັຖບານລາວ ວ່າຈະເພີ້ມ ການກວດສອບ ເບື້ອງຫລັງ ຂອງນັກລົງທືນ ຈາກຕ່າງປະເທດ ໃຫ້ຫລາຍຂື້ນ.
ສົມເນ
2010.09.21

ຣັຖບານລາວ ວ່າ ຈະກວດສອບ ເບື້ອງຫລັງ ຂອງນັກລົງທືນ ຈາກຕ່າງປະເທດ ທີ່ຈະມາ ລົງທືນ ໃນແຕ່ລະໂຄງການ ຢູ່ສປປລາວ ເພື່ອຮັບປະກັນ ປະສິດທິພາບ ຂອງໂຄງການ ທີ່ເຂົາເຈົ້າ ຈະມາລົງທືນ ຕາມລາຍງານ ຂອງໜັງສືພິມ ທາງການລາວ ທີ່ອ້າງຕາມ ຄໍາເວົ້າຂອງ ດຣ. ກິແກ້ວ ຈັນທະບູຣີ ເຈົ້າໜ້າທີ່ ກະຊວງແຜນການ ແລະ ການລົງທືນ. ມາຕການ ດັ່ງກ່າວ ເຮັດໃຫ້ຫລາຍຄົນ ມີຄວາມເປັນຫ່ວງ ວ່າ ການອະນຸມັດ ສໍາປະທານ ຈະມີຄວາມລ້າຊ້າ ແຕ່ທ່ານ ກິແກ້ວເວົ້າວ່າ ມາຕການ ດັ່ງກ່າວ ແມ່ນ ເພື່ອຄັດເລືອກ ເອົາບໍຣິສັດ ລົງທືນ ທີ່ມີຄວາມພ້ອມດີ. ທ່ານ ກິແກ້ວ ໄດ້ຖແລງ ຕໍ່ສື່ມວນຊົນ ເມື່ອວັນພຣະຫັດ ຜ່ານມາວ່າ ທາງການລາວ ກໍມີຄວາມ ເປັນຫ່ວງຍ້ອນວ່າ ຫລາຍບໍຣິສັດ ຕ່າງປະເທດ ທີ່ໄດ້ລົງນາມ ເອກກະສານ ບັນທືກ ຄວາມເຂົ້າໃຈ ກັນແລ້ວ ແຕ່ບໍ່ສາມາດ ຮັບປະກັນເງິນທືນ ເພື່ອດໍາເນີນ ໂຄງການທີ່ ຕົນສະເໜີ.

ທ່ານວ່າ ຣັຖບານ ຈະສອບຖາມ ລາຍລະອຽດ ເບື້ອງຫລັງ ຕຣອດຮອດການເງິນ ຂອງບໍຣິສັດ ກ່ອນຈະ ອະນຸຍາດ ໃຫ້ສໍາປະທານ ໂດຍອາໄສ ຄວາມຮ່ວມມື ຈາກ ສະຖານທູດລາວ ຢູ່ຕ່າງປະເທດ. ໃນຂນະດຽວກັນ ທ່ານວ່າ ການກວດສອບ ເບື້ອງຫລັງຂອງ ບໍຣິສັດ ຈະໃຊ້ເວລາ ຫລາຍ ພໍສົມຄວນ ແລະຈະເຮັດໃຫ້ ການອະນຸມັດ ລ້າຊ້າໄປແດ່.

ໃນອາທິດຜ່ານມາ ຄນະຜູ້ແທນ ລາວ ໄດ້ອອກໄປ ໂຄສະນາ ຊັກຊວນ ໃຫ້ນັກລົງທືນ ຢູ່ໃນ ປະເທດໄທ ເຂົ້າມາລົງທືນ ຢູ່ລາວ ໃຫ້ຫລາຍຂື້ນ ໂດຍຈະຫລຸດຜ່ອນ
ລະບຽບການ ແລະຂັ້ນຕອນ ການລົງທືນ ໃຫ້ສັ້ນລົງ ກວ່າເກົ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.