ໃນລາວຮຽກຮ້ອງ ໃຫ້ຂຽນຂ່າວ ທີ່ເປັນປະໂຍດ ຕໍ່ສັງຄົມ
2009.01.29
ສຳນັກ ຂ່າວສານ ໃນລາວ ຖືກຮຽກຮ້ອງ ໃຫ້ມີການ ອອກຂ່າວແລະ ຂຽນຂ່າວ ທີ່ເປັນ ປະໂຍດ ຕໍ່ສັງຄົມ ໃນຊ່ວງ ເສຖາກີດ ທົດຖອຍ ໂດຍສະເພາະ ຂ່າວກ່ຽວກັບ ເສຖາກິດ ບໍ່ແມ່ນ ຈະກ່າຍຕາມ ແຫລ່ງຂ່າວທີ່ ປ້ອນຈາກ ຣັຖບານ ເປັນປະຈຳ.
ອົງການຂ່າວ ສານໃນລາວ ໃນຣະຍະ ທີ່ຜ່ານມາ ເທົ່າເຖີງ ປັດຈຸບັນ ກໍ່ອອກຂ່າວ ແລະຂຽນຂ່າວ ຕາມແຫລ່ງຂ່າວ ທີ່ຣັຖບານ ກຳນົດ ໃຫ້ເທົ່ານັ້ນ ເພາະສນັ້ນ ການອອກຂ່າວ ໃນຫລາຍ ອົງການຂ່າວ ສານຂອງລາວ ຈື່ງບໍ່ມີ ຫຍັງແຕກຕ່າງກັນ, ທ່ານ ທອງລຸນ ສີສຸຣີດ ຮອງນາຍົກ ຣັຖມົນຕຣີ ແລະຣັຖມົນຕຣີ ກະຊວງການ ຕ່າງປະເທດ ສປປລາວ ຮຽກຮ້ອງໃຫ້ ສຳນັກຂ່າວ ຕ່າງໆໃນລາວ ອອກຂ່າວທີ່ ເປັນປະໂຍດ ຕໍ່ປະຊາຊົນ ໂດຍສເພາະ ຂ່າວທີ່ ກ່ຽວກັບ ເຫດວິກິດ ທາງດ້ານ ເສຖາກິດ ທີ່ກຳລັງ ຄຸກຄາມໂລກ ແລະລາວ ໃນປັດຈຸບັນ ແທນທີ່ ຈະເຈາະຈົງ ແຕ່ການ ອອກຂ່າວ ຕາມແຫລ່ງຂ່າວ ຂອງຣັຖບານ ທີ່ກ່ຽວກັບ ນະໂຍບາຍ ໃນແຜນການ ການພທັນາ ເສຖາກິດ ແລະສັງຄົມ ໃນລາວ. ດັ່ງທ່ານກ່າວ ໃນຕອນນື່ງວ່າ--
ທ່ານ ທອງລຸນ ເວົ້າວ່າ ການອອກຂ່າວ ຕ້ອງແນ່ໃສ່ ເຫດວິກິດ ທາງດ້ານການ ເງີນທີ່ຈະ ສົ່ງຜລົກະທົບ ໂດຍກົງໃສ່ ທຸຣະກິດ ພາກຣັຖ ແລະເອກຊົນ ໃນລາວ ທ່ານຍັງໄດ້ແນະນຳ ໃນການ ຂຽນຂ່າວ ທີ່ເປັນ ປະໂຍດ ຕໍ່ສັງຄົມລາວ ທາງດ້ານ ເສຖາກິດ ທີ່ປະກອບ ດ້ວຍ 3 ປະເດັ່ນດັ່ງ ເວລາ ເນືອ້ໃນ ສາຣະຄວາມ ເຊື່ອຫມັ້ນ ແລະຄວາມສລາດ ຫລັກແຫລມ ຂອງການ ຂຽນຂ່າວ. ເຖີງຢ່າງໃດ ກໍ່ຕາມ ທ່ານວ່າ ອົງການຂ່າວ ກໍ່ເປັນແຮງດັນ ໃນການຊຸກຍູ້ ນະໂຍບາຍ ພັກຣັຖ ໃນການ ພທັນາ ປະເທດຊາດ. ທ່ານກ່າວໃນ ກອງປະຊຸມ ເພືອ່ການແລກ ປ່ຽນ ຂໍ້ມູນຂ່າວ ສານຣະຫວ່າງ ກະຊວງ ການຕ່າງປະເທດ ກັບກະຊວງ ວັທນະທັມ ຖແລງຂ່າວ ທີ່ຈັດຂື້ນ ໃນນະຄອນ ຫລວງວຽງຈັນ ໃນອາທີດນີ້. ທ່ານກ່າວ ເພີ້ມອີກວ່າ--ອົງການຂ່າວ ສານໃນລາວ ຍັງຖືກ ຄວບຄຸມ ຈາກພັກແລະຣັຖ ມາຕຣອດ ເຖີງແມ່ນ ຈະມີການ ຊັກຊວນໃຫ້ ມີການອອກ ຂ່າວທີ່ແຕກຕ່າງ ກັບຣັຖບານ ແຕ່ກຸ່ມນັກຂ່າວ ກໍ່ບໍ່ສາມາດ ອອກຄວາມຄິດເຫັນ ໃນການ ຂຽນຂ່າວ ໄດ້ເພາະຢ້ານ ມີບັນຫາ