ກອງປະຊຸມ ອາຊຽນ ເປີດໂອກາດ ການລົງທຶນ ຢູ່ລາວ ຫລາຍຂື້ນ
2009.02.27
ການເຂົ້າຮ່ວມ ກອງປະຊຸມສຸດຍອດ ອາຊຽນຂອງ ສ.ປ.ປ.ລາວ ທີ່ຈັດຂື້ນຢູ່ ປະເທດໄທແຕ່ວັນທີ 27 ກຸມພາ ຫາວັນທີ 1 ມິນາ 2009 ນີ້ ນັກທຸລະກິດລາວ ໃຫ້ຄວາມເຫັນວ່າ ເປັນເລື່ອງທີ່ໜ້າຍິນດີ ທີ່ຕົວແທນລາວ ຈະມີໂອກາດ ຫລາຍຂື້ນ ໃນການພົບປະກັບ ຜູ້ນຳ ປະເທດຕ່າງໆ ແລະຄົງຈະສາມາດ ຊັກຊວນໃຫ້ນັກ ລົງທຶນຕ່າງປະເທດ ເຂົ້າມາລົງທຶນຢູ່ລາວ ໄດ້ເພີ່ມຂື້ນ ເພາະລາວ ມີຄວາມພ້ອມເປີດຮັບ ການລົງທຶນນັ້ນຢູ່.
ທ່ານ ແສງຄຳ ພອນວິໄລ ປຣະເສີດ ນັກທຸຣະກິດລາວ ກ່າວເຖິງແຜນການ ລົງທຶນ ນັ້ນວ່າ:
ທິດທາງນີ້ ທິດທາງເລື່ອງການ ລົງທຶນ ຈະອີງໃສ່ທິດທາງລວມ ຂອງ ຣັດຖະບານ ພ້ອມແລ້ວທີ່ຈະ ຮັບເອົາການລົງທຶນ ຂອງບັນດາໃນໂຂງເຂດ ເສດຖະກິດເນາະ ທ່ານວ່າ ການເຂົ້າຮ່ວມກອງ ປະຊຸມອາຊຽນ ໃນຣະດັບຜູ້ນຳ ຂັ້ນນາຍົກ ຣັດຖະມົນຕຣີ ແລະ ຣັດຖະມົນຕຣີ ກະຊວງຕ່າງໆ ກ່ຽວກັບ ການຮ່ວມມືທາງດ້ານ ເສດຖະກິດ ໃນພູມີພາກ, ການຂະຫຍາຍການ ລົງທຶນ ຈະມີຜົນປະໂຫຍດ ຕາມມາ ເພາະເຊື່ອໝັ້ນວ່າ ກອງປະຊຸມສຸດຍອດ ອາຊຽນຄັ້ງທີ 14 ທີ່ຈັດຂື້ນຢູ່ ປະເທດ ໄທນີ້ຈະເຮັດ ໃຫ້ລາວ ມີໂອກາດສເນີ ຄວາມຄິດຄວາມເຫັນ ກ່ຽວກັບບັນຫາເສດຖະກິດ ແລະ ການຮ່ວມມືຫລາຍດ້ານ ກັບປະເທດອາຊຽນ ເພື່ອການລົງທຶນແລະ ການພັດທະນາ.
ກອງປະຊຸມສຸດຍອດ ຂອງຜູ້ນຳອາຊຽນ ເປັນກອງປະຊຸມໃຫຍ່ ຣະດັບພູມີພາກ ເອເຊັຍ ຕາເວັນອອກ ສ່ຽງໄຕ້ ທີ່ມີການ ປຶກສາຫາລື ແລກປ່ຽນຄວາມ ຄິດຄວາມເຫັນ ໃນບັນຫາຕ່າງໆ ທີ່ສຳຄັນ
ເຊັ່ນ: ການປະຕິບັດ ກົດບັດອາຊຽນ, ບັນຫາວິກິດການ ທາງດ້ານເສດຖະກິດ ແລະການຮ່ວມມື, ບັນຫາຄວາມໝັ້ນຄົງ, ບັນຫາສິດທິມະນຸດ ເປັນຕົ້ນ. ຜູ້ທີ່ເຂົ້າຮ່ວມ ກອງປະຊຸມ ສຸດຍອດອາຊຽນ ຄັ້ງນີ້ ນອກຈາກຜູ້ນຳ 10 ປະເທດ ສະມາຊິກອາຊຽນແລ້ວ ກໍຍັງມີ ຜູ້ສັງເກດການ ຈາກປະເທດຕ່າງໆ ເຊັ່ນ ອິນເດັຍ,ຈີນ, ຍີ່ປຸ່ນ, ອອສເຕຣເລັຍ, ເກົາຫລີ, ທະນາຄານ ພັດທະນາເອເຊັຍ ຮວມຢູ່ດ້ວຍ.