ເສຖກິຈລາວ ປະເຊີນກັບ ບັນຫາກາຣ ທ້າທາຍ ຫລາຍຢ່າງ ໃນປີນີ້

ເສຖກິຈຂອງ ທາງກາຣລາວ ຈະປະເຊີນກັບບັນຫາ ກາຣທ້າທາຍທີ່ ຈະຂຍາຍຕົວໄດ້ ຍາກສະເພາະໃນປີນີ້ ເຖີງແມ່ນວ່າກາຣ ເຕີບໂຕໃນສົກປີ 2007-2008 ໄດ້ເພີ່ມຂື້ນເຖີງ 7.9% ຍ້ອນມີກາຣລົງທຶນ ຈາກຕ່າງປະເທສ ແລະກາຣສົ່ງສິນຄ້າ ອອກຈາກໂຄງກາຣ ເໝືອງແຮ່ນັ້ນກໍຕາມ.
ຫວາດ ສີມູນ
2009.02.10

ອີງຕາມກາຣຣາຍງານ ຈາກທາງກະຊວງວາງແຜນ ແລະກາຣລົງທຶນຂອງລາວ ໃນຣະຍະທີ່ຜ່ານມາ ເປັນກາຣແສດງ ໃຫ້ເຫັນວ່າ ພາຄສ່ວນອຸຕສາຫະກັມ ມີກາຣຂຍາຍ ຕົວຂື້ນປະມານ 13% ແຕ່ສະເພາະພາຄ ກາຣກະສິກັມ ຊ້ຳພັດມີກາຣຂຍາຍຕົວຍາກ ຊື່ງເພີ່ມຂື້ນພຽງ ປະມານ 3% ເທົ່ານັ້ນ ແຕ່ກໍໄດ້ເຮັດໃຫ້ ກາຣສົ່ງສິນຄ້າອອກ ຂາຍຕ່າງປະເທສຮວມ ເປັນມູລຄ່າທັງໝົດເຖີງ 1 ພັນລ້ານດອລລາຣ໌ ສະຫະຣັຖສຳຫລັບ ສົກປີ 2007-2008 ຜ່ານມາ. ໃນຈຳນວນສິນຄ້າ ດັ່ງກ່າວປະມານ 47% ຕົກເປັນພາຄສ່ວນ ຈາກໂຄງກາຣຂຸດຄົ້ນ ເໝືອງແຮ່ຊື່ງກໍຮວມທັງຄຳ ແລະທອງແດງ ແຕ່ກໍຍັງເຮັດໃຫ້ ທາງກາຣລາວຂາດດູນ ກາຣຄ້າຢູ່ ຄືເກົ່າບໍ່ຕໍ່າກວ່າ 80 ລ້ານ ດອລລາຣ໌.

ເຖີງຢ່າງໃດກໍຕາມ ທາງກາຣ ສປປລາວ ມີເປົ້າໝາຍທີ່ຈະເຮັດ ໃຫ້ເສຖກິດໃນລາວ ຂຍາຍຕົວຂື້ນເຖີງ 8% ສະເພາະປີກາຣ 2008-2009 ໂດຽສະເພາະຈາກ ພາຄສ່ວນພລັງໄຟຟ້າ ແລະກາຣທ່ອງທ່ຽວ ແຕ່ທາງສະຖາບັນ ກາຣເງີນຕ່າງໆເຊັ່ນ: ທະນາຄານໂລກ ແລະທະນາຄານ ພັທນາເອເຊັຽ ຊ້ຳພັດໃຫ້ທັສນະ ວ່າຄົງຈະ ເປັນໄປໄດ້ຍາກ ແລະວ່າເຖີງຈະ ມີກາຣຂຍາຍ ຕົວກໍອາຈຈະເພີ່ມ ຂື້ນປະມານ 6-6.5% ເທົ່ານັ້ນໃນປີນີ້!!!

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.